ຂ່າວສານ

ຊຸກຍູ້ການຮ່ວມມືຮອບດ້ານ ຫວຽດນາມ ແລະ ໄທ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ໄທ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ໄທ.
  ທີ່ການຕ້ອນຮັບ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 07 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ກາ​ນ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ ໂສ​ພົນ ຊາ​ຣຳ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ທັ​ງ​ເປັນ​ສະ​ພາຜູ້​ແທນ​ລາ​ຊະ​ດອນ ໄທ ພວມ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ໄທ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ວ​ິ​ສາ​ຫະ​ກິດ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ໄທ ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ໄທ.

​​ທ່ານ ໂສ​ພົນ ຊາ​ຣຳ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ທັ​ງ​ເປັນ​ສະ​ພາຜູ້​ແທນ​ລາ​ຊະ​ດອນ ໄທ ປາດ​ຖະໜາ​ຢາກ​ຮ່ຳ​ຮຽນເອົາ​ບົດ​ຮຽນ​ຂອງ ຫວຽດ​ນາມ ໃນ​ການ​ສ້າງ​ກົງ​ຈັກ​ລັດ​ໃຫ້​ກະ​ທັດ​ລັດ; ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ຮ​ອບ​ດ້ານ​ກັບ ຫວຽດ​ນາມ.
ການ​ນຳ 2 ທ່ານ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ; ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ; ຊຸ​ກ​ຍູ້​ການ​ຄ້າ 2 ຝ່າຍ​ໃຫ້​ພັດ​ທະ​ນາ​ຢ່າງ​ດຸ່ນ​ດ່ຽງ, ຍືນ​ຍົງ ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ບັນ​ລຸ​ວົງ​ເງິນ​ການ​ຄ້າ 25 ຕື້ USD ແລ​ະ ຫຼາຍກວ່າ​ແມ່ນ 50 ຕື້ USD. ການ​ນຳ 2 ທ່ານກໍ່​ເຫັນ​ດີ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ ອາ​ຊຽນ ແລະ ສະ​ຫະ​ປະ​ຊາ​ຊາດ.


top