ວັນທີ 11 ຕຸລາ, ສະຫະສະມາຄົມນັກຂ່າວ ອາກຊັງຕິນ ໄດ້ສົມທົບກັບສະຖານທູດບັນດາປະເທດ ສະມາຊິກ ອາຊຽນ ປະຈຳ Buenos Aires ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍດ້ວຍຫົວຂໍ້ທີ່ວ່າ “ການຄ້າກັບອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ແຫຼ່ງແຮງງານຢູ່ພາກພື້ນ”.
ກຳມະກອນກຳປູເຈຍເຮັດວຽກທີ່ຕ່ອງໂສ້ປຸງແຕ່ງກ້ວຍສົ່ງອອກ (ພາບ: TTXVN)
ທ່ານ Hector Daer ເລຂານຸການໃຫຍ່ ສະຫະພັນໃຫຍ່ ແຮງງານ ແລະ ຜູ້ນຳບັນດາວິສາຫະກິດຄະນະແຮງງານ ຂອງ ອາກຊັງຕິນ ໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການເປີດກ້ວາງບັນດາຂໍ້ຕົກລົງດ້ານການຄ້າ ກັບບັນດາປະເທດທີ່ມີຄວາມສາມາດບົ່ມຊ້ອນສະໜັບສະໜູນເພີ່ນເຕີມໃຫ້ແກ່ພື້ນຖານເສດຖະກິດ ອາກຊັງຕິນ. ອາກຊັງຕິນກໍ່ມີຄວາມເອົາໃຈໃສ່ເຖິງການນຳເຂົ້າບັນດາຜະລິດຕິພັນໂທລະຄົມມະນາຄົມຈາກພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເຕັກໂນໂລຢີ ແລະ ບັນດາພື້ນຖານການສື່ສານແບບໃໝ່.
ຜູ້ຕາງໜ້າສະຖານທູດຫວຽດນາມ ກໍ່ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນງານເຊິ່ງ ອາຊຽນບັນລຸໄດ້ໃນຕະຫຼອດໄລຍະສ້າງສາ ແລະ ພັດທະນາ, ກໍ່ຄືການພົວພັນຫຼາຍຮູບແບບຂອງກຸ່ມ ກັບບັນດາຄູ່ຮ່ວມມືສາກົນ.
(ແຫຼ່ງຄັດຈາກ VOV)