ວັນທີ 9 ມິຖຸນາ, ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕ້ອນຮັບທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ) ທັງເປັນຜູ້ຕາງໜ້າຂັ້ນສູງຂອງເລຂາທິການໃຫຍ່ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ ເນື່ອງໃນໂອກາດທີ່ທ່ານນາງເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ (AFF) ຄັ້ງທີ 3 ແຕ່ວັນທີ 9-10 ມິຖຸນາ.
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສປຊ ທັງເປັນຜູ້ຕາງໜ້າຂັ້ນສູງຂອງເລຂາທິການໃຫຍ່ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ. ພາບ: qdnd.vn
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງຕໍ່ບົດບາດຂອງທ່ານນາງ Izumi Nakamitsu ແລະຄະນະເລຂາທິການ ສປຊ ໃນການຊຸກຍູ້ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະເພີ່ມທະວີການຮ່ວມມືຫຼາຍຝ່າຍກ່ຽວກັບການຫຼຸດຜ່ອນອາວຸດ; ພ້ອມທັງຢັ້ງຢືນຫຼັກໝັ້ນຂອງຫວຽດນາມ ກ່ຽວກັບການຫຼຸດຜ່ອນອາວຸດ ແລະລົບລ້າງອາວຸດນິວເຄຼຍ ຢ່າງສິ້ນເຊີງ; ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຢ່າງຕັ້ງໜ້າຂອງຄະນະເລຂາທິການ ໃນວິວັດການ ຫວຽດນາມ ກະກຽມ ແລະດຳລົງຕຳແໜ່ງເປັນປະທານ ກອງປະຊຸມທົບທວນຄືນ ຄັ້ງທີ 11 ຂອງສົນທິສັນຍາວ່າດ້ວຍການບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ໃນເດືອນເມສາ ແລະພຶດສະພາ 2026 ທີ່ຜ່ານມາ ປະສົບຜົນສໍາເລັດ.
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ສປຊ ແລະບັນດາປະເທດໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການເກັບກູ້ ແລະທໍາລາຍລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມ, ການໜູນຊ່ວຍຜູ້ປະສົບເຄາະຮ້າຍ ກໍຄືການຟື້ນຟູເຂດຕ່າງໆທີ່ຖືກຜົນສະທ້ອນ; ພ້ອມກັນນັ້ນສະເໜີໃຫ້ ສປຊ ເອົາໃຈໃສ່ໜູນຊ່ວຍຫວຽດນາມ ໃນການບໍາລຸງສ້າງກ່ຽວກັບການຫຼຸດຜ່ອນອາວຸດ, ພິເສດແມ່ນຕໍ່ໜ້າສິ່ງທ້າທາຍຄວາມໝັ້ນຄົງ ແລະເຕັກໂນໂລຊີໃໝ່ທີ່ຫາກໍພົ້ນເດັ່ນຂຶ້ນ.
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານນາງ Izumi Nakamitsu, ຮອງເລຂາທິການໃຫຍ່ ສປຊ ທັງເປັນຜູ້ຕາງໜ້າຂັ້ນສູງ ຂອງເລຂາທິການໃຫຍ່ ສປຊ ດ້ານວຽກງານຫຼຸດຜ່ອນອາວຸດ. ພາບ: qdnd.vn
ທ່ານນາງ Izumi Nakamitsu ໄດ້ແບ່ງປັນຂໍ້ສັງເກດວ່າ ໂລກພວມກ້າວເຂົ້າສູ່ໄລຍະຫັນປ່ຽນຍຸດທະສາດ, ນັບມື້ນັບມີຄວາມແຕກແຍກ ແລະແບ່ງແຍກຫຼາຍຂຶ້ນ, ບໍ່ພຽງແຕ່ໃນຂົງເຂດການຄ້າເທົ່ານັ້ນ ຫາກຍັງທາງດ້ານຄວາມໝັ້ນຄົງ, ການເມືອງ ແລະການທະຫານອີກດ້ວຍ. ໃນສະພາບການດັ່ງກ່າວ, ທ່ານນາງ ຖືວ່າ ດ້ວຍຄຸນຄ່າຄຸນສົມບັດ, ມະນຸດສະທຳທີ່ຖອດຖອນໄດ້ຈາກບົດຮຽນຕົວຈິງ ແລະການຟື້ນຕົວຈາກຄວາມເຈັບປວດ ແລະການສູນເສຍຂອງສົງຄາມ, ຫວຽດນາມ ສາມາດເສີມຂະຫຍາຍ ແລະສວມບົດບາດອັນສຳຄັນຢູ່ໃນອາຊຽນ ກໍຄື ສປຊ ໃນການປະກອບສ່ວນຮັກສາສະຖຽນລະພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນ ແລະໃນທົ່ວໂລກ.
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn
ກ່ຽວກັບການຮ່ວມມື ຫວຽດນາມ-ສປຊ, ທ່ານນາງ Izumi Nakamitsu ຖືວ່າ ຫວຽດນາມ ເປັນແບບຢ່າງດີເລີດ ໃນການຮ່ວມມືກັບ ສປຊ, ຕີລາຄາສູງຕໍ່ບົດບາດຊັກຈູງ, ກຳນົດທິດທາງຂອງລັດຖະບານຫວຽດນາມ; ຢືນຢັນວ່າ ກຸ່ມບັນດາອົງການຈັດຕັ້ງ ສປຊ ປະຈຳຫວຽດນາມ (UNCT) ຈະສືບຕໍ່ຮ່ວມເດີນທາງ ແລະໜູນຊ່ວຍຫວຽດນາມ ໃນວິວັດການປະຕິບັດເປົ້າໝາຍການພັດທະນາ ກໍຄືບັນດາຄໍາໝັ້ນສັນຍາສາກົນໃນໄລຍະຈະມາເຖິງ. ພ້ອມທັງ, ທ່ານນາງ ສະແດງຄວາມພ້ອມແລ້ວທີ່ຈະໜູນຊ່ວຍ ແລະສົ່ງເສີມໃຫ້ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮ່ວມມືບໍາລຸງສ້າງ ກ່ຽວກັບການຫຼຸດຜ່ອນອາວຸດ, ໃນນັ້ນມີເນື້ອໃນທີ່ກ່ຽວຂ້ອງເຖິງບັນຫາທີ່ຫາກໍພົ້ນເດັ່ນຂຶ້ນຄືການຄຸ້ມຄອງບໍລິຫານປັນຍາປະດິດ (AI).
* ຕອນເຊົ້າວັນທີ 9 ມິຖຸນາ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ຕ້ອນຮັບທ່ານພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ເນື່ອງໃນໂອກາດທີ່ທ່ານຕິດຕາມນໍາທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມເວທີປາໄສ AFF ຄັ້ງທີ 3.
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນເອກ ຄຳລຽງ ອຸທະໄກສອນ. ພາບ: qdnd.vn
ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ໄດ້ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ໄດ້ຮັບການສົມທົບກັນຜັນຂະຫຍາຍຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະແທດຈິງ ຈາກທັງສອງຝ່າຍ, ສືບຕໍ່ເປັນເສົາຄ້ຳສຳຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ.
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສຸມໃສ່ຜັນຂະຫຍາຍບາງເນື້ອໃນຈຸດສຸມ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ຮັກສາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ. ເພີ່ມທະວີການຮ່ວມມືໃນວຽກງານພັກ-ວຽກງານການເມືອງ; ສົມທົບກັນປະຕິບັດວຽກງານກະກຽມໃຫ້ແກ່ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 3, ກອງປະຊຸມປະຈຳປີລະຫວ່າງ 3 ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ-ລາວ-ກໍາປູເຈຍ ແລະການຝຶກຊ້ອມຮ່ວມລະຫວ່າງກອງທັບ 3 ປະເທດ ກ່ຽວກັບການຮັບມືກັບສິ່ງທ້າທາຍເຖິງຄວາມໝັ້ນຄົງແບບໃໝ່; ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຊອກຫາ ແລະທ້ອນໂຮມອັດຖິນັກຮົບຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ ກັບຄືນປະເທດ.
ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn
ທ່ານພົນເອກ ຄຳລຽງ ອຸທະໄກສອນ ໄດ້ຢືນຢັນວ່າ ການນຳກະຊວງປ້ອງກັນປະເທດສອງຝ່າຍ ໄດ້ມີການພົບປະ ແລະແລກປ່ຽນຄໍາເຫັນຢ່າງເປັນປະຈຳ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືດ້ານປ້ອງກັນຊາດສອງປະເທດໃຫ້ແໜ້ນແຟ້ນຂຶ້ນຕື່ມ. ສອງຝ່າຍໄດ້ຊຸກຍູ້ເນື້ອໃນການຮ່ວມມືໃຫ້ບັນລຸຄຸນນະພາບ ແລະປະສິດທິຜົນສູງ ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ການແລກປ່ຽນຂໍ້ມູນຂ່າວສານ, ການລາດຕະເວນຮ່ວມເສັ້ນຊາຍແດນ, ການບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການສົມທົບຊອກຫາ ແລະທ້ອນໂຮມອັດຖິນັກຮົບຫວຽດນາມ ກັບຄືນປະເທດ.
* ໃນຕອນເຊົ້າວັນດຽວກັນ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Prak Sovanna ຮອງລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ເນື່ອງໃນໂອກາດມານໍາທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກຳປູເຈຍ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມ AFF ຄັ້ງທີ 3.
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນເອກ Prak Sovanna. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ໄດ້ສະເໜີໃຫ້ສອງຝ່າຍສຸມໃສ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມື, ໃນນັ້ນຈຸດສຸມແມ່ນການຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະກົນໄກຮ່ວມມືຢ່າງປະສິດທິຜົນ. ນອກຈາກນັ້ນ, ຄວນເອົາໃຈໃສ່ເຖິງການຮ່ວມມືດ້ານການບໍາລຸງສ້າງ; ການຄຸ້ມຄອງ ແລະປົກປັກຮັກສາຊາຍແດນ; ສົມທົບກັນຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ...
ທ່ານພົນເອກ Prak Sovanna ຢືນຢັນວ່າ ໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງປະເທດບັນລຸໄດ້ໝາກຜົນຫຼາຍຢ່າງ, ພິເສດແມ່ນການພົວພັນການຮ່ວມມືດ້ານປ້ອງກັນຊາດນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງ, ພົ້ນເດັ່ນໃນຂົງເຂດຕ່າງໆ, ຄື: ການສົມທົບກັນປົກປັກຮັກສາຊາຍແດນ, ຊຸກຍູ້ການຮ່ວມມືບົນພື້ນຖານອະນຸສັນຍາ ໄລຍະປີ 2025-2029.
ທ່ານພົນເອກ Prak Sovanna ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານພົນເອກ ຟານວັນຢາງ. ພາບ: qdnd.vn
ທ່ານພົນເອກ Prak Sovanna ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ກຳປູເຈຍ ໃນເມື່ອກ່ອນ ກໍຄືໃນໄລຍະປັດຈຸບັນ; ພ້ອມທັງຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ສະໜອງທຶນການສຶກສາບໍາລຸງສ້າງພະນັກງານໃຫ້ແກ່ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ. ກຳປູເຈຍ ພ້ອມແລ້ວທີ່ຈະສົມທົບກັບຫວຽດນາມ ໃນວຽກງານຊອກຫາ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກຳປູເຈຍ ກັບຄືນປະເທດ.