ວັນທີ 21 ກໍລະກົດ, ທ່ານ ເລກ໊ວກຟອງ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຫົວໜ້າຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ ທານີ ແສງຣັດ, ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກໄທປະຈຳຫວຽດນາມ.
ທ່ານ ເລກ໊ວກຟອງ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ໃຫ້ການຕ້ອນຮັບທ່ານ ທານີ ແສງຣັດ,
ເອກອັກຄະລັດຖະທູດແຫ່ງ ລາຊະອານາຈັກໄທປະຈຳຫວຽດນາມ
ທີ່ການຕ້ອນຮັບ, ທ່ານ ເລກ໊ວກຟອງ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານ ທານີ ແສງຣັດ ຈະເອົາໃຈໃສ່, ສະໜັບສະໜູນ, ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການ ຂອງ ຊາວໜຸ່ມຫວຽດນາມ ມີເງື່ອນໄຂໄດ້ ສຳຜັດກັບວຽກງານຊາວໜຸ່ມຂອງໄທຕື່ມອີກ. ການພົວພັນລະຫວ່າງ ສອງປະເທດ ຫວຽດນາມ - ໄທ ຈະແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາໂຄງການ ສົມທົບວຽກງານຊາວໜຸ່ມລະຫວ່າງສອງປະເທດມີການເຄື່ອນໄຫວຢ່າງມີປະສິດທິຜົນ.
ສ່ວນທ່ານ ທານີ ແສງຣັດ ໄດ້ແບ່ງປັນ 3 ບັນຫາທີ່ມີຄວາມສົນໃຈນັ້ນແມ່ນ: ຊຸກຍູ້ການພົວພັນດ້ານເສດຖະກິດລະຫວ່າງ ໄທ - ຫວຽດນາມ, ຊຸກຍູ້ການຮ່ວມມື ແລະ ພັດທະນາຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງສອງປະເທດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ໃນນັ້ນມີການຮ່ວມມືຊາວໜຸ່ມແມ່ນຊ່ອງທາງທີ່ສຳຄັນ.
(ແຫຼ່ງຄັດຈາກ VOV)