ຕອນບ່າຍວັນທີ 27 ມິຖຸນານີ້, ຢູ່ຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ້ຽນ ໄດ້ມີການພົບປະກັບຄະນະຜູ້ແທນສະມາຄົມຊາວ ສ.ເກົາຫຼີຮັກຊາດ ຫວຽດນາມ (VESAMO) ນຳໂດຍທ່ານ Chang Ho Ick, ຮອງປະທານກຸ່ມບໍລິສັດ Dongwon, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ Busan, ປະທານ VESAMO ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈ້ຽນ ກ່າວຄຳເຫັນທີ່ການພົບປະ
ທີ່ການພົບປະ, 2 ຝ່າຍໄດ້ປຶກສາຫາລືບັນດາທິດທາງການຮ່ວມມືໃຫຍ່ໃນໄລຍະຈະມາເຖິງ, ພິເສດແມ່ນບັນດາໂຄງການໜູນຊ່ວຍຄອບຄົວວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ຈຳນວນຫຼາຍກ່ວາ 80.000 ຄອບຄົວ, ແມ່ນຂົວຕໍ່ສຳຄັນເພື່ອຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ ແລະ ປະຊາຊົນລະຫວ່າງ 2 ປະເທດ. ນອກຈາກນັ້ນ, VESAMO ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຍັງໄດ້ປຶກສາຫາລືກ່ຽວກັບການໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຊາວ ຫວຽດນາມ ປະມານ 300.000 ຄົນ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ ແລະ ຊາວ ສ.ເກົາຫຼີ ເກືອບ 200.000 ຄົນ ທີ່ດຳເນີນທຸລະກິດ ແລະ ດຳລົງຊີວິດຢູ່ ຫວຽດນາມ.