ປະຈຸບັນ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ໂມຊຳບິກ ມີທ່າແຮງ ກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ, ສິນໃນນ້ຳ, ກຳລັງກຳມະກອນ.
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ
ວັນທີ 10 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ໄດ້ເລີ່ມຢ້ຽມຢາມ ໂມຊຳບິກ ຕາມຄຳເຊື້ອເຊີນຂອງທ່ານ Adriano Maleiane, ນາຍົກລັດຖະມົນຕີ ສ. ໂມຊຳບິກ ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານ ຟ້າມຮ່ວາງກິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂມຊຳບິກ ເນັ້ນໜັກວ່າ: ການຢ້ຽມຢາມຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວນ ສືບຕໍ່ຢັ້ງຢືນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ໂມຊຳບິກ. ປະຈຸບັນ, ຄວາມສາມາດບົ່ມຊ້ອນແຫ່ງການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງແມ່ນໃຫຍ່ຫຼວງທີ່ສຸດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ. ໂມຊຳບິກ ມີທ່າແຮງ ກ່ຽວກັບແຫຼ່ງຊັບພະຍາກອນທຳມະຊາດ, ສິນໃນນ້ຳ, ກຳລັງກຳມະກອນ…, ໃນຂະນະນັ້ນ, ຫວຽດນາມ ມີທ່າແຮງກ່ຽວກັບກະສິກຳ, ຫັດຖະກຳ, ສິນໃນນ້ຳ, ກຳລັງແຮງງານ. ສອງພື້ນຖານເສດຖະກິດເພີ່ມເຕີມໃຫ້ກັນ, ການນຳສອງປະເທດໄດ້ເອົາໃຈໃສ່, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືທ້ອງຖິ່ນ, ວິສາຫະກິດໄດ້ຮັບການຊຸກຍູ້ແມ່ນບັນດາປັດໄຈສະດວກ ເພື່ອໃຫ້ການພົວພັນ ຫວຽດນາມ - ໂມຊຳບິກ ນັບມື້ນັບພັດທະນາ, ເປີດກ້ວາງ.