ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍເຮັດໃຫ້ການພົວພັນໃຫ້ບັນລຸປະສິດທິຜົນໃນບັນດາຂົງເຂດການເມືອງ, ການທູດ, ເສດຖະກິດ, ຮ່ວມມືກັນຢ່າງເລິກເຊິ່ງໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki (ພາບ: VGP)
ຕອນບ່າຍວັນທີ 18 ເມສາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki, ເພື່ອປຶກສາຫາລືເນື້ອໃນເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍເຮັດໃຫ້ການພົວພັນໃຫ້ບັນລຸປະສິດທິຜົນໃນບັນດາຂົງເຂດການເມືອງ, ການທູດ, ເສດຖະກິດ, ຮ່ວມມືກັນຢ່າງເລິກເຊິ່ງໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຖ່າຍທອດເຕັກໂນໂລຊີທັນສະໄໝ, ການຄ້ຳປະກັນດ້ານສະບຽງອາຫານ, ພະລັງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ສືບຕໍ່ເປີດປະຕູຕະຫຼາດໃຫ້ແກ່ກັນ; ຍີ່ປຸ່ນ ໜູນຊ່ວຍດ້ານທຶນຮອນ, ເຕັກໂນໂລຊີ, ຊຸກຍູ້ໃຫ້ບັນດາກຸ່ມບໍລິສັດຂອງ ຍີ່ປຸ່ນ ລົງທຶນເຂົ້າ ຫວຽດນາມ.
ສ່ວນທ່ານເອກອັກຄະລັດຖະມູດ ຍີ່ປຸ່ນ Ito Naoki ຢືນຢັນວ່າ, ຍີ່ປຸ່ນ ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນບັນດາຂົງເຂດທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແລກປ່ຽນ. ທ່ານຖືວ່າ, ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງການບຸກບືນຂອງຊາດ ພັດທະນາໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ວັດທະນາຖາວອນ ແລະ ຢືນຢັນວ່າ, ຍີ່ປຸ່ນ ຍັງສືບຕໍ່ແມ່ນຄູ່ຮ່ວມມືທີ່ດີຂອງ ຫວຽດນາມ ໃນວິວັດການດັ່ງກ່າວ.