ຂ່າວສານ

ຊຸກຍູ້ການຄ້າສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳລະຫວ່າງ ຫວຽດນາມ ແລະ ອາເມລິກາ

ທີ່ກອງປະຊຸມ, ມີຫຼາຍຄຳເຫັນ, ຂໍ້ສະເໜີຂອງບັນດາກຸ່ມບໍລິສັດ, ສະຫະສະມາຄົມບັນດາຂະແໜງສິນຄ້າ, ວິສາຫະກິດຳເນີນທຸລະກິດ ແລະ ສົ່ງອອກ - ນຳເຂົ້າ ກ່ຽວກັບຄວາມສາມາດຊຸກຍູ້ດ້ານການຄ້າ 2 ສົ້ນ
(ທີ່ກອງປະຊຸມ)

“ຊຸກຍູ້ການຄ້າສິນຄ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳລະຫວ່າງ ຫວຽດນາມ ແລະ ອາເມລິກາ” ແມ່ນຫົວຂໍ້ຂອງກອງປະຊຸມທີ່ຈັດຂຶ້ນໃນວັນທີ 09 ພຶດສະພາ, ຢູ່ ຮ່າໂນ້ຍ, ເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງດ້ານການຄ້າ ມຸ່ງໄປເຖິງການສ້າງດຸ່ນການຄ້າມີຄວາມດຸ່ນດ່ຽງ, ຍືນຍົງ, ຍາວນານລະຫວ່າງ ອາເມລິກາ ແລະ ຫວຽດນາມ.

ທີ່ກອງປະຊຸມ, ມີຫຼາຍຄຳເຫັນ, ຂໍ້ສະເໜີຂອງບັນດາກຸ່ມບໍລິສັດ, ສະຫະສະມາຄົມບັນດາຂະແໜງສິນຄ້າ, ວິສາຫະກິດດຳເນີນທຸລະກິດ ແລະ ສົ່ງອອກ - ນຳເຂົ້າ ກ່ຽວກັບຄວາມສາມາດຊຸກຍູ້ດ້ານການຄ້າ 2 ສົ້ນ, ສະແດງໃຫ້ເຫັນເຈດຕະນາດີຂອງ ຫວຽດນາມ ໃນຄວາມມານະພະຍາຍາມສ້າງດຸນການຄ້າ 2 ຝ່າຍໃຫ້ມີຄວາມດຸ່ນດ່ຽງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໂດ້ດຶດຢຸຍ, ໃຫ້ຮູ້ວ່າ:

“ຂ້າພະເຈົ້າສະເໜີໃຫ້ບັນດາສະຫະສະມາຄົມຂະແໜງສິນຄ້າສົ່ງອອກ - ນຳເຂົ້າ ກວດກາຄືນຂັ້ນຕອນການຜະລິດ, ປະຕິບັດບັນດາຂໍ້ກຳນົດສາກົນຢ່າງເຂັ້ມງວດ. ຂ້າພະເຈົ້າຮຽກຮ້ອງໃຫ້ວິສາຫະກິດກ້າລົງທຶນເຂົ້າເຕັກໂນໂລຊີປຸງແຕ່ງເລິກ, ພ້ອມກັນນັ້ນ ສ້າງໂຄງປະກອບການຜະລິດຄືນໃໝ່ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ, ໂດຍສະເພາະແມ່ນຕະຫຼາດ ອາເມລິກາ. ຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ, ພິເສດແມ່ນບັນດາຕະຫຼາດໃຫຍ່ທີ່ໄດ້ລົງນາມສັນຍາການຄ້າເສລີ (FTA) ກັບ ຫວຽດນາມ; ພ້ອມກັນນັ້ນ, ຍູ້ແຮງການຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຕະຫຼາດຢູ່ພາຍໃນປະເທດ”.


top