ຂ່າວສານ

ຊຸກຍຸ້ການພົວພັນຮ່ວມມື ຫວຽດນາມ - ພູຖານ ໃຫ້ຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງກະສັດ ພູຖານ ແລະ ພະມະເຫສີ ມີຄວາມໝາຍສຳຄັນພິເສດ; ຍູ້ແຮງການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ພູຖານ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນທຸກຂົງເຂດ.
ກະສັດ ພູຖານ Jigme Khesar Namgyel Wangchuck (ພາບ: TTXVN)

ວັນທີ 18 ສິງຫາ, ໂດຍຮັບຄຳເຊີນຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ, ກະສັດ ພູຖານ Jigme Khesar Namgyel Wangchuck ແລະ ພະມະເຫສີ ໄດ້ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ. ນີ້ແມ່ນການຢ້ຽມຢາມຂັ້ນສູງສຸດຂອງການນຳ ບູຖານ ມາຍັງ ຫວຽດນາມ; ສ້າງຂີດໝາຍໃນໄລຍະພັດທະນາໃໝ່, ສຳຄັນໃນການພົວພັນ ຫວຽດນາມ - ບູຖານ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 2012.

ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງກະສັດ ພູຖານ ແລະ ພະມະເຫສີ ມີຄວາມໝາຍສຳຄັນພິເສດ; ຍູ້ແຮງການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ພູຖານ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ພັດທະນາການທ່ອງທ່ຽວ.


top