ຂ່າວສານ

ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ຫວັງ​ວ່າບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດລົງດ້ວຍຫຼາຍນະໂຍບາຍຊີ້ຂາດສຳຄັນ ທີ່ໄດ້ຍົກອອກມາເພື່ອກຳນົດທິດໃຫ້ແກ່ການພັດທະນາຂອງ ຫວຽດນາມ ໃນຊຸມປີຈະມາເຖິງ.
ອ້າຍບຸ່ຍດິ່ງຢຸຍ, ຫົວໜ້າຝ່າຍຜະລິດຂອງ FPT ປະຈຳ ອົດສະຕາລີ ແລະ New Zealand

ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ ຫວັງວ່າ ບັນດານະໂຍບາຍຊີ້ຂາດນີ້ ຈະໄດ້ຮັບການຜັນຂະຫຍາຍໂດຍໄວ ເພື່ອນຳ ຫວຽດນາມ ໃຫ້ພັດທະນາຢ່າງແຮງກວ່າໃນຊຸມປີຈະມາເຖິງ.

        ອ້າຍບຸ່ຍດິ່ງຢຸຍ, ຫົວໜ້າຝ່າຍຜະລິດຂອງ FPT ປະຈຳ ອົດສະຕາລີ ແລະ New Zealand, ສະແດງຄວາມປະທັບໃຈຕໍ່ບັນດານະໂຍບາຍຊີ້ຂາດທີ່ບັນລຸໄດ້ໃນກອງປະຊຸມໃຫຍ່ຄັ້ງນີ້.

        “ເນື້ອໃນທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນບັນດານະໂຍບາຍຊີ້ຂາດທີ່ມີລັກສະນະຍຸດທະສາດ, ລະອຽດ ແລະ ຈະແຈ້ງທີ່ສຸດ, ບໍ່ພຽງແຕ່ກຳນົດທິດແກ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງເທົ່ານັ້ນ, ຫາກຍັງສ້າງຂອບທີ່ໝັ້ນແກ່ນໃຫ້ແກ່ວິໄສທັດພັດທະນາຍາວນານ, ມຸ່ງໄປເຖິງການຄົງຕົວຂອງ ຫວຽດນາມ ໃນວິໄສທັດຮ້ອຍປີ.”

        ສ່ວນທ່ານ ເຈິ່ນບາຟຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ຮອງປະທານສະມາຄົມນັກທຸລະກິດ ຫວຽດນາມ ຢູ່ຕ່າງປະເທດກໍ່ຫວັງວ່າ ບັນດານະໂຍບາຍຊີ້ຂາດທີ່ໄດ້ຍົກອອກມາໃນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະສ້າງບາດກ້າວບຸກທະລຸຢ່າງແທ້ຈິງ, ເປີດຫຼາຍໂອກາດໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ ກັບ ອົດສະຕາລີ.


top