ທ່ານ ເຈິ່ນບ້າຝຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ມີຄວາມມຸ່ງຫວັງວ່າ ສະພາແຫ່ງຊາດ ຊຸດທີ XVI ຈະວາງອອກຫຼາຍນະໂຍບາຍເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍກວ່າອີກ
ທ່ານ ເຈິ່ນບ້າຝຸກ, ຖ່າຍຮູບກັບທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຢູ່ກອງປະຊຸມໃຫຍ່ການແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ XI (ພາບ: NVCC)
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໄດ້ດຳເນີນໃນວັນທີ 15 ມີນາ, ກົງກັບເວລາ ຫວຽດນາມ ພວມຜັນຂະຫຍາຍຫຼາຍການປ່ຽນແປງໃຫຍ່ກ່ຽວກັບໂຄງປະກອບການຈັດຕັ້ງ, ວິທີການເຄື່ອນໄຫວກົງຈັກ. ໃນສະພາບການນີ້, ຊາວຫວຽດນາມອາໄສຢູ່ອົດສະຕາລີມີຄວາມມຸ່ງຫວັງ, ສະພາແຫ່ງຊາດຊຸດທີ XVI ຈະສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ຫວຽດນາມ ສວຍໃຊ້ກາລະໂອກາດ ແລະ ພັດທະນາຢ່າງແຮງກວ່າອີກໃນຊຸມປີຈະມາເຖິງ. ທ່ານ ເຈິ່ນບ້າຝຸກ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ປະທານສະມາຄົມນັກທຸລະກິດ ຫວຽດນາມ ປະຈຳ ອົດສະຕາລີ, ມີຄວາມມຸ່ງຫວັງວ່າ ສະພາແຫ່ງຊາດ ຊຸດທີ XVI ຈະວາງອອກຫຼາຍນະໂຍບາຍເພື່ອໜູນຊ່ວຍຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍກວ່າອີກ:
ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດມີຄວາມປາດຖະໜາ ແລະ ມຸ່ງຫວັງຕໍ່ບັນດາສະມາຊິກສະພາແຫ່ງຊາດຊຸດທີ XVI ຈະມາເຖິງ ຈະມີບັນດານະໂຍບາຍເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ມາລົງທຶນດຳເນີນທຸລະກິດ ແລະ ໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ໃນການຊຸກຍູ້ບັນດາການເຄື່ອນໄຫວເຊື່ອມຕໍ່ກັບບ້ານເກີດເມືອງນອນ.