ຂ່າວສານ

ຊາວ​ກະ​ສິ​ກອນດົງ​ຈ່ຽວ ​ຮ່ວມ​ສຳ​ພັນ​ການ​ຜະ​ລິດ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ

ໂດຍລົບລ້າງຈິນຕະນາການຜະລິດກະສິກຳແບບຍ່ອຍ, ກະແຈກກະຈາຍຊາວກະສິກອນເຂດບິ່ງລຸກຮະ, ເທດສະບານດົງຈ່ຽວ ໄດ້ຮ່ວມສຳພັນເຊິ່ງກັນສ້າງສະຫະກອນ ເພື່ອແນໃສ່ສ້າງເຂດປູກດອກໄມ້ໃຫຍ່ທີ່ສຸດຢູ່ແຂວງ ກວາງນິງ. ດ້ວຍການໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ຊາວກະສິກອນດົງຈ່ຽວ ກໍ່ໄດ້ມີຄວາມກ້າແກ່ນນຳໃຊ້ວິສາຫະກິດເຕັກໂນໂລຢີເຂົ້າໃນການຜະລິດ, ຈາກນັ້ນ ກໍ່ສ້າງທິດເດີນຢ່າງໝັ້ນແກ່ນໃຫ້ແກ່ເສດຖະກິດເຂດດິນແດນແຫ່ງນີ້.
ເຂດປູກດອກບົວຂອງຊາວກະສິກອນ ຢູ່ ດົງຈຽວ (ພາບ: VOV)

ພາຍຫຼັງເຂົ້າຮ່ວມສະຫະກອນການບໍລິການທ່ອງທ່ຽວ ທຽນເດື່ອງທຽນມຸກຮວາ ມາເປັນເວລາ 8 ເດືອນ, ປ້າ ຫງວຽນທິເລ, ບ້ານບິ່ງລຸກຮະ, ເມືອງຮົ່ງຝອງ ໄດ້ປູກດອກພຸດ ແລະ ດອກບົວ ແທນທີ່ຈະປູກເຂົ້າທີ່ບໍ່ມີປະສິດທິຜົນໃນເນື້ອທີ່ປູກຝັງຂອງຕົນ. ນີ້ແມ່ນດອກໄມ້ສອງຊະນິດທີ່ເໝາະສົມກັບດິນແດນຂອງທ້ອງຖິ່ນ ແຕ່ໃນເມື່ອກ່ອນບໍ່ໄດ້ຮັບການພັດທະນາ ຍ້ອນບໍ່ມີການເຊື່ອມຕໍ່ໃນການບໍລິໂພກ. ຜ່ານການປູກທົດລອງມາເປັນສອງລະດູຕາມຮູບແບບຂອງສະຫະກອນ, ປ້າ ຫງວຽນທິເລ ຮູ້ສຶກດີໃຈ ຍ້ອນວ່າ ດອກໄມ້ສອງຊະນິດນີ້ໄດ້ມີການພັດທະນາທີ່ດີ, ຜະລິດຕະພັນໄດ້ຮັບຈຳໜ່າຍໂດຍໄວ ແລະ ຈາກນັ້ນ ລາຍຮັບຂອງຄອບຄົວກໍ່ເພີ່ມຂຶ້ນ:

ຄອບຄົວຂ້າພະເຈົ້າໄດ້ປູກດອກພຸດ 3 ໄລ່ເມື່ອກ່ອນສະມັດຕະພາບບໍ່ສູງປານໃດແຕ່ນັບແຕ່ເວລາເຂົ້າຮ່ວມສະຫະກອນການບໍລິການທ່ອງທ່ຽວ ທຽນເດືອງທຽນມຸກວາ ລາຍຮັບເກັບມາໄດ້ 2 – 3 ລ້ານ ດົ່ງຕໍ່ໄລ່ຢູ່ເຂດນາຕ່ຳມີນ້ຳ ແລະ ຫຍ້າຫຼາຍ ຂ້າພະເຈົ້າໄດ້ປູກດອກບົວປັດຈຸບັນການຂາຍດອກບົວຂອງຂ້າພະເຈົ້າກໍ່ມີລາຍຮັບດີ ແລະ ແນນ່ອນວ່າໃນອະນາຄົດ ມັນຈະມີປະສິດທິຜົນສູງກວ່າດອກພຸດ.

ນອກຈາກຄອບຄົວປ້າເລ ແລ້ວ, ສະຫະກອນດັ່ງກ່າວ ຍັງແມ່ນຊາຍຄາລວມທີ່ຊ່ວຍເຫຼືອສະມາຊິກຜະລິດດອກໄມ້ແບບຍ່ອຍ ກະແຈກກະຈາຍ ກວ່າ 100 ຄອບຄົວ ຢູ່ ເມືອງຮົ່ງຟອງ ເພື່ອເຊື່ອມຕໍ່ຮ່ວມສຳພັນ ແລະ ພ້ອມກັນພັດທະນາ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນ ເມສາ ປີ 2023, ສະຫະກອນມີເນື້ອທີ່ປູກດອກພຸດປະມານ 15 ເຮັກຕາ ດ້ວຍຫຼາຍແນວພັນທີ່ອຸດົມສົມບູນຄື: ດອກພຸດຂາວ, ດອກພຸດສີອິດ ແລະ ດອກພຸດແບບດັ້ງເດີມຂອງທ້ອງຖິ່ນ… ສ່ວນຍັງເຫຼືອແມ່ນເນື້ອທີ່ດິນຕ່ຳ, ເຊິ່ງໄດ້ຖາກຖາງ ເພື່ອປູກດອກໄມ້ຊະນິດໃໝ່ຄື: ດອກບົວ, ດອກ ຜັກຂະຈອນ… ບັນດາສວນປູກດອກໄມ້ລ້ວນແຕ່ໄດ້ຮັບເບ້ຍໄມ້ໂດຍ ສະຖະບັນຄົ້ນຄ້ວາແນວພັນປູກສູນກາງ ສະໜອງ ແລະ ແນະນຳປູກຕາມມາດຖານກະສິກຳ orgarnic.

ທ່ານ ຫງວຽນແມ້ງງາດ, ຫົວໜ້າສະຫະກອນ ໃຫ້ຮູ້ວ່າ: ຂັ້ນຕອນປູກ, ບົວລະບັດ, ກັນແມງໄມ້, ພະຍາດ ຕະຫຼອດຮອດເວລາເກັບກ່ຽວກໍ່ລ້ວນແຕ່ໄດ້ມີການແນະນຳຢ່າງລະອຽດໃຫ້ແກ່ບັນດາສະມາຊິກ ເພື່ອຮັບປະກັນຄຸນນະພາບຜະລິດຕະພັນ:

ສະຫະກອນພວມສ້າງບັນດາຮູບແບບດອກໄມ້ ແລະ ການບໍລິການທ່ອງທ່ຽວລົງຕົວຈິງ ທີ່ນຳມາເຊິ່ງປະສິດທິຜົນສູງໃນເບື້ອງຕົ້ນການປູກດອກຜັກຂະຈອນດອກພຸດ ແລະ ດອກບົວ ກໍ່ໄດ້ນຳມາເຊິ່ງປະສິດທິຜົນສູງໂດຍສະເພາະ ດອກຜັກຂະຈອນ ແລະ ບັນດາຮູບແບບອື່ນໆພວມຄ່ອຍໆນຳໃຊ້ເຕັກໂນໂລຢີອັດສະລິຍະເຂົ້າໃນການ ຫົດນ້ຳ ແລະ ລະບາຍອອກສ້າງເປັນລະບົບມູນຄ່າໃນຜະລິດຕະພັນສ້າງພື້ນຖານການສ້າງເຄື່ອງໝາຍການຄ້າ ດອກໄມ້ດົ່ງຈ່ຽວ.

ສິ່ງທີ່ບັນລຸປະສິດທິຜົນທີ່ສຸດຂອງສະຫະກອນ ນັບແຕ່ເວລາສ້າງຕັ້ງນັ້ນ ແມ່ນການນຳໃຊ້ດິນເຂດຕ່ຳທີ່ບໍ່ໄດ້ນຳໃຊ້, ດິນປູກເຂົ້າທີ່ມີປະສິດທິຜົນຕ່ຳຢູ່ ດົງຈ່ຽວ. ໃນເນື້ອທີ່ປູກດອກໄມ້ 40 ເຮັກຕາ ຂອງສະຫະກອນ ມີເຄິ່ງໜຶ່ງແມ່ນດິນຕ່ຳປະເປົ່າ ວ່າງ ຫຼື ດິນປູກເຂົ້າທີ່ມີປະສິດທິຜົນຕ່ຳ, ໄດ້ຫັນມາເປັນການປູກດອກບົວ ແລະ ດອກຜັກຂະຈອນ. ດ້ວຍເນື້ອທີ່ປູກຝັງທີ່ກວ້າງໃຫຍ່, ເທດສະບານ ດົ່ງຈ່ຽວ ໄດ້ວາງແຜນກຳນົດ ແລະ ຈັດຕັ້ງປະຕິບັດສຳເລັດພື້ນຖານໂຄງລ່າງ, ມີຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບໜ້າທີ່ຜະລິດເຂດປູກດອກໄມ້, ເຂດສ້າງການບໍລິການລົງຕົວຈິງ, ອາຫານການກິນ, ອອກກຳລັງກາຍ, ຫຼິ້ນກິລາ… ມຸ່ງໄປເຖິງການສ້າງສະຖານທີ່ທ່ອງທ່ຽວກະສິກຳໃໝ່. ທ່ານ ຫງວຽນຮວ່າງທ້ຽນ, ປະທານຄະນະກຳມະການປະຊາຊົນເມືອງຮົ່ງຝອງ ໃຫ້ຮູ້ວ່າ: ເມືອງຮົ່ງຝອງ ມີຄວາມປາດຖະໜາຢາກສ້າງມູນຄ່າ, ເຄື່ອງໝາຍການຄ້າໃໝ່ໃຫ້ແກ່ເຂດຊົນນະບົດໃໝ່ດົງຈ່ຽວ:

ດ້ວຍເປົ້າໝາຍປະຕິຮູບເຂດດອກໄມ້ທີ່ເປັນທ່າແຮງທີ່ມີຢູ່ແລ້ວນັ້ນ, ພວກຂ້າພະເຈົ້າໄດ້ຂົນຂວາຍປະຊາຊົນຫັນບັນດາແຫຼ່ງກຳລັງເປັນສັງຄົມ ເພື່ອເປີດກວ້າງບັນດາເສັ້ນທາງ, ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ, ກາຍເປັນສະຖານທີ່ລົງຕົວຈິງການບໍລິການກະສິກຳ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ການສ້າງບັນດາສະຫະກອນຮ່ວມສຳພັນການຜະລິດ ທີ່ພວມສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດກະສິກຳ. ພິເສດ, ດ້ວຍທ້ອງຖິ່ນທີ່ມີສະຫະກອນຫຼາຍແຫ່ງຄື ດົ່ງຈ່ຽວ ບັນດາຮາກຖານນີ້ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ່ຽນແປງຈິນຕະນາການໃນການຜະລິດກະສິກຳ. ດ້ວຍວິທີການເຮັດທີ່ມີປະສິດທິຜົນ, ຄືວິທີສະຫະກອນການບໍລິການທ່ອງທ່ຽວ ທຽນເດືອງທຽນມຸກຮວາ ພວມຜັນຂະຫຍາຍ ຈະຊ່ວຍຊາວກະສິກອນມີກຳລັງໜູນ ເພື່ອສ້າງໂສມໜ້າພັດທະນາຊົນນະບົດແບບຍືນຍົງຢູ່ເຂດດິນແດນແຫ່ງນີ້.


top