ຂ່າວສານ

ຊາວຫວຽດນາມ ອາໄສຢູ່ລາວ ແບ່ງປັນຄວາມຫຍຸ້ງຍາກ, ຊ່ວຍກັນຜ່ານຜ່າໂລກລະບາດໂຄວິດ - 19

      ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
      
ພາບປະກອບ: TTXVN
      ວັນທີ 12 ຕຸລາ, ສະມາຄົມ ຊາວ ຫວຽດາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ວັດເຟິດຕິກ ແລະ ບໍລິສັດ ຄຳຮຸ່ງ ໄຊຈະເລີນມອບຂອງຂວັນ 115 ພູດ, ດ້ວຍມຸນຄ່າທັງໝົດ ຫຼາຍກ່ວາ 111 ລ້ານດົ່ງ ໃຫ້ຄອບຄົວຊາວຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ, ໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານ ເລແອັງດຶກ, ຮອງປະທານສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ຈິດໃຈຄວາມໂອບອ້ອມອາລີ ຂອງພະນັກງານ, ພາລະກອນບໍລິສັດ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບໍ່ວ່າຢູ່ແຫ່ງຫົນໃດ, ສະມາຄົມຊາວຫວຽດນາມ ກໍ່ຍັງຮັກສາໄດ້ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຍາມໃດກໍ່ມີຄວາມຮັກແພງອູ້ມຊູຊ່ວຍເຫຼືອກັນ, ໜູນຊ່ວຍກັນໃນເວລາ ປະສົບກັບຄວາມຫຍຸ້ງຍາກ.
      ໃນໄລຍະຜ່ານມາ, ມີຜູ້ໃຈບຸນໃຈກຸສົນໄດ້ສົມທົບກັບສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ແລະ ວັດເຟິດຕິກ ມອບຂອງຂວັນໃຫ້ຄອບຄົວຊາວຫວຽດນາມ ແລະ ຄອບຄົວຊາວລາວ ຢູ່ບໍລິເວນນະຄອນຫຼວງວຽງຈັນ ກໍ່ຄືທ້ອງຖິ່ນອື່ນໆ ທີ່ປະສົບກັບຄວາມຫຍຸ້ງຍາກ.
(ແຫຼ່ງຄັດຈາກ VOV)


top