ວັນທີ 26 ກຸມພາ, ຄະນະກຳມະການປະຊາຊົນຕາແສງ ວ້ານເຕື່ອງ, ແຂວງ ກວາງງາຍ ໄດ້ຈັດພິທີເລີ່ມເຄື່ອນໄຫວການໄປຈັບຫາປາຍາມຕົ້ນປີ ແລະ ປຸກລະດົມການປະຕິບັດໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່ປີ 2026, ດ້ວຍສານທີ່ວ່າ “ອອກຝັ່ງຢ່າງປອດໄພ, ຂຸດຄົ້ນຢ່າງມີປະສິດທິຜົນ, ເພື່ອອາຊີບຫາປາແບບຍືນຍົງ”.
ຊາວປະມົງຕາແສງ ວ້ານເຕື່ອງ ອອກຝັ່ງຈັບຫາປາ (ພາບ: VOV)
ໃນພິທີເລີ່ມເຄື່ອນໄຫວຈັບຫາປາຍາມຕົ້ນປີ, ຊາວ ປະມົງ ຕາແສງ ວ້ານເຕື່ອງ ໄດ້ສະແດງຄວາມຕັດສິນໃຈຕິດພັນກັບທະເລ, ຈັບຫາປາຢ່າງປອດໄພ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ໂດຍໄວ. ລຸງ ຝູ່ຈູງບິ່ງ ຊາວປະມົງຢູ່ບ້ານ ຝູທ້ຽນ 1, ຕາແສງ ວ້ານເຕື່ອງ, ໃຫ້ຮູ້ວ່າ:
“ເຮືອຫາປາຂອງຂ້າພະເຈົ້າອອກໄປຈັບຫາປາໄກຈາກຝັ່ງແຕ່ 30 – 40 ໄມທະເລ, ຈັບຫາປາທູນ່າ. ເມື່ອອອກຈາກທ່າ, ພວກຂ້າພະເຈົ້າຕ້ອງແຈ້ງໜັງສືທີ່ກ່ຽວຂ້ອງກັບທະຫານປ້ອງກັນຊາຍແດນຢ່າງຄົບຖ້ວນ. ໄປຮອດໃສກໍຕ້ອງລາຍງາຍຮອດນັ້ນ. ປີໃໝ່, ຫວັງວ່າອາກາດຈະອຳນວຍຄວາມສະດວກເພື່ອໃຫ້ການທຳມາຫາກິນມີແຕ່ຄວາມໂຊກດີ.”
ປັດຈຸບັນ, ຕາແສງ ວ້ານເຕື່ອງ ມີເຮືອຫາປາເກືອບ 900 ລຳ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 3.000 ຄົນ.