ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.
ຊາວກະສິກອນດີເດັ່ນປີ 2026 (ພາບ: VNA)
ນີ້ແມ່ນເຫດການສຳຄັນທີ່ສຸດໃນບັນດາກິດຈະກຳ ຊາວກະສິກອນ ຫວຽດນາມເອກ ອ້າງທະນົງໃຈ ປີ 2026 ໂດຍສູນກາງສະມາຄົມຊາວ ກະສິກອນ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ.
ດ້ວຍຫົວຂໍ້ “ຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່”, ພິທີເຊີດຊູປີນີ້ໄດ້ເລືອກເຟັ້ນຊາວກະສິກອນ ຫວຽດນາມ ດີເດັ່ນ 96 ຄົນ ເຊິ່ງເປັນຊາວກະສິກອນດີເດັ່ນໃນຫຼາຍຂົງເຂດ, ຄື: ບັນດາຮູບແບບຜະລິດຕາມທິດກຳສິກຳສີຂຽວ, ໝູນວຽນ, ອົງຄະທາດ, ປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ປ່ຽນແປງບັນດາຮູບແບບ, ວິທີການຜະລິດໃນກະສິກຳ, ຊົນນະບົດ, ນຳໜ້າໃນການນຳເຕັກໂນໂລຊີສູງ, ກະສິກຳດີຈີຕອນ, ມີຫົວຄິດປະດິດສ້າງ, ການປັບປຸງ ຫຼື ຂັ້ນຕອນປູກຝັງແບບຍືນຍົງເຂົ້າການຜະລິດ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຮ່ກວັກຢູ້ງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ:
“ສືບຕໍ່ຮັບຮູ້ຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍການເຄື່ອນໄຫວຢ່າງທັນການໃນການປະຕິບັດເນື້ອໃນ ສະຫຼຸບເລກທີ 219-ສລ/ສກ ຂອງກົມການເມືອງ ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດຮອດປີ 2030, ວິໄສທັດຮອດປີ 2045. ຕາມນັ້ນແລ້ວ, ຕ້ອງຫັນປ່ຽນຈິນຕະນາການໃນການຜະລິດກະສິກຳທຳມະດາໄປສູ່ ຈິນຕະນາການເສດຖະກິດກະສິກຳ, ຈາກການເອົາໃຈໃສ່ປະລິມານໄປສູ່ການຍົກສູງຄຸນນະພາບ, ມູນຄ່າເພີ່ມ, ເຄື່ອງໝາຍການຄ້າ ແລະ ຕະຫຼາດ. ສືບຕໍ່ສ້າງໂຄງປະກອບການຜະລິດກຳສິກຳຄືນໃໝ່ຕາມ ຕ່ອງໂສ້ມູນຄ່າ, ໝູນໃຊ້ວິທະຍາສາດເຕັກໂນໂລຊີຢ່າງແຮງ, ນະວັດຕະກຳ ແລະ ຫັນປ່ຽນດີຈີຕອນ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບ ແລະ ມູນຄ່າກະສິກຳ. ກໍ່ສ້າງຊົນນະບົດໃໝ່ທັນສະໄໝ, ຮັ່ງມີສວຍງາມ ແລະ ມີສີສັນ”.