ມີຫຼາຍຄອບຄົວໄດ້ເຕົ້າໂຮມຢູ່ເຮືອນຂອງ ຊານຕາຄອດ ຢູ່ເທດສະບານ Rovaniemi, ປະເທດ ແຟງລັງ
	 ຊານຕາຄອດ ແລະ ໂຕກວາງ
	ຊານຕາຄອດ ແລະ ໂຕກວາງ 
	      ຕອນຄ່ຳວັນທີ 23 ທັນວາ, ຊານຕາຄອດ ແລະ ລົດກວຽນກວາງ ໄດ້ອອກຈາກຊາຍຄາຂອງຕົນຢູ່ຂົ້ວໂລກເໜືອ ເພື່ອເລີ່ມຂະບວນການເດີນທາງປະຈຳປີໄປແຈກຂອງຂວັນໃຫ້ເດັກນ້ອຍໃນທົ່ວໂລກ. ມີຫຼາຍຄອບຄົວໄດ້ເຕົ້າໂຮມຢູ່ເຮືອນຂອງ ຊານຕາຄອດ ຢູ່ເທດສະບານ Rovaniemi, ປະເທດ ແຟງລັງ, ເພື່ອຮັບຟັງບັນດາບົດເພງ ຄຼິດສະມາດ ແລະ ອຳລາ ຊານຕາຄອດ, ໃນຈຸດເວລາທີ່ເພິ່ນມີວຽກຫຼາຍທີ່ສຸດໃນປີ.
        ຕາມແຜນການແລ້ວ, ຊານຕາຄອດ ໄດ້ອອກຈາກໝູ່ບ້ານເພື່ອເດີນທາງໄປຂົ້ວໂລກເໜືອ ແລະ ໃນລົດກວຽນກວາງບັນຈຸຂອງຂວັນເປັນຈຳນວນຫຼາຍ ເພື່ອມອບໃຫ້ເດັກນ້ອຍທີ່ໂຊກດີທີ່ສຸດໃນໂລກ ແລະ ຈາກນັ້ນໄດ້ເລີ່ມດຳເນີນການເດີນທາງແຈກຂອງຂວັນຂອງຕົນໃນຄ່ຳຄືນບຸນຄຼິດສະມາດ.
	 (ແຫຼ່ງຄັດຈາກ VOV)