ຂ່າວສານ

ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນໂລກລື່ນກາຍຕົວເລກຄາດໝາຍ 850.000 ຄົນ

      ຕາມຕົວເລກອອກຄັ້ງຫຼ້າສຸດຂອງສູນລະບົບວິທະຍາສາດ ແລະ ເຕັກໂນໂລຢີຂອງມະຫາວິທະຍາໄລ Johns Hopkins, ອາເມລິກາ ແລ້ວ, ວັນທີ 01 ເມສາ ມີນາ ຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ປະກົດມີຢູ່ 203 ປະເທດ ແລະ ເຂດແຄວ້ນ ດ້ວຍກວ່າ 850.000 ຄົນ.
 ໃນຂະນະນັ້ນ, ຕາມເວັບໄຊສະຖິຕິສະເພາະກິດ www.worldometers.info ແລ້ວ, ຄິດໄລ່ຮອດວັນທີ 31 ມີນາ,ຈໍານວນຜູ້ຕິດເຊື້ອພະຍາດຍາດດັ່ງກ່າວໃນທົ່ວໂລກໄດ້ຂຶ້ນເຖິງເກືອບ 820.000 ຄົນແລ້ວ.
ວັນທີ 31 ມີນາ ກໍແມ່ນວັນທີ່ມີການຢັ້ງຢືນວ່າຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດ ນັບແຕ່ຫົວທີມາຮອດປັດຈຸບັນ. ປະເທດຝລັ່ງໄດ້ຢັ້ງຢືນວ່າມີເກືອບ 500 ຄົນເສຍຊີວິດຍ້ອນເຊື້ອໄວຣັດ SARS-CoV-2 ໃນຮອບເວລາ 24 ຊົ່ວໂມງ, ເຊິ່ງປັດຈຸບັນແມ່ນປະເທດຢືນອັນດັບທີ 3 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດຍ້ອນເຊື້ອໄວຣັດດັ່ງກ່າວ, ຖັດຈາກ ອີຕາລີ ແລະ ແອັດສະປາຍ, ລື່ນກາຍ ອາເມລິກາ ແລະ ຈີນ.
        ແອັດສະປາຍ ເຊິ່ງເປັນປະເທດມີຈໍານວນຜູ້ຕິດເຊື້ອພະຍາດຫຼາຍອັນດັບ 2 ໃນໂລກ ກໍໄດ້ປະກາດຈໍານວນຜູ້ເສຍຊີວິດຕື່ມອີີກ 849 ຄົນ, ອັນໄດ້ຍົກຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຂຶ້ນເກືອບ 8.200 ຄົນ.

ການເຮັດອະນາໄມສີດຢາຂ້າເຊື້ອຢູ່ອີຕາລີໃນວັນທີ 31 ມີນາ (ພາບປະກອບ: TTXVN)
              ອີຕາລີ ຖືວ່າ ໂລກລະບາດໂຄວິດ - 19 ຢູ່ປະເທດນີ້ໄດ້ຂຶ້ນຢູ່ລະດັບ ສູງສຸດແລ້ວ ເມື່ອຢັ້ງຢືນວ່າ ມີ 4.000 ກໍລະນີຕິດເຊື້ອໃນວັນທີ 31 ມີນາ, ຍົກຍອດ    ຈໍານວນຜູ້ຕິດເຊື້ອໂຄວິດ - 19 ຂຶ້ນເຖິງກວ່າ 105.700 ກໍລະນີ. ໃນນັ້ນ, ຈໍານວນຜູ້ເສຍຊີວິດແມ່ນກວ່າ 12.400 ກໍລະນີ.
ສ່ວນຢູ່ອັງກິດ, ວັນທີ 31 ມີນາ, ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດໃໝ່ຕື່ມອີກ 381 ຄົນ, ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ສາທາລະນະສຸກກໍໃຫ້ຂໍ້ສັງເກດວ່າ ລະດັບການແຜ່ລະບາດຂອງໂລກລະບາດດັ່ງກ່າວພວມຄ່ອຍໆຊ້າລົງ.
ຢູ່ອາເມລິກາ, ຮອດວັນທີ 31 ມີນາ ຈໍານວນຜູ້ເສຍຊີວິດໃນ ແມ່ນ ເກືອບ 3.400 ຄົນ, ເຊິ່ງລື່ນກາຍຍອດຈໍານວນຜູ້ເສຍຊີວິດທີ່ໄດ້ຢັ້ງຢືນຢູ່ ຈີນ.
 (ແຫຼ່ງຄັດຈາກ VOV)
 


top