ຂ່າວສານ

ຈຸດປະກາຍທວັນ​ໄຟແຫ່ງ​ພູມ​ປັນ​ຍາ ແລະ ປະ​ດິດ​ຄິດ​ສ້າງ​ໃນ​ສັງ​ກາດ​ໃໝ່

ວັນທີ 6 ສິງຫາ, ທ່ານ ໂຕເລິມ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ພົບປະກັບຜູ້ແທນ 80 ທ່ານ ຕາງໜ້າໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ເນື່ອງໃນໂອກາດ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 -19/8/2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (2/9/1945 - 2/9/2025. ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ຢືນຢັນວ່າ ຕ້ອງຈຸດປະກາຍທວັນໄຟແຫ່ງພູມປັນຍາ ແລະ ປະດິດຄິດສ້າງໃນສັງກາດໃໝ່ ເພື່ອໃຫ້ປະເທດຊາດບຶນຕົວຂຶ້ນຢ່າງແຮງ, ມຸ່ງໄປສູ່ເປົ້າໝາຍພັດທະນາຢ່າງວ່ອງໄວ, ຍືນຍົງໃນໄລຍະທີ່ຈະມາເຖິງ.
ທ່ານ ໂຕເລິມ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ

ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຍາມໃດກໍ່ເປັນກຳລັງນຳໜ້າໃນການເລີ່ມສ້າງຄວາມຮູ້ປັນຍາຊົນ, ສ້າງທິດສະດີການປະຕິວັດ ແລະ ໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຊີເຂົ້າໃນຕົວຈິງ.

ບໍ່ປັບຕົວ, ຮັບເອົາ ແລະ ເປັນເຈົ້າຕົນເອງຢ່າງທັນການ ກໍ່ຈະຖືກຖອຍຫຼັງ

   ພູມປັນຍາແມ່ນແຫຼ່ງກຳລັງສຳຄັນອັນດັບໜຶ່ງຂອງການພັດທະນາ, ແມ່ນພະລັງງານໃໝ່ຂອງສັດຕະວັດທີ 21. ການປະຕິວັດອຸດສາຫະກຳຄັ້ງທີ 4, ການຫັນເປັນຕີຈີຕອນ, ປັນຍາປະດິດ, ເຕັກໂນໂລຊີຊີວະສາດ, ພະລັງງານທົດແທນ… ພວມຫັນປ່ຽນທຸກດ້ານຂອງຊີວິດສັງຄົມຢ່າງເລິກເຊິ່ງ. ຕາມທ່ານເລຂາທິການໃຫ່ຍ ໂຕເລິມ ແລ້ວ, ຖ້າ ຫວຽດນາມ ບໍ່ປັບຕົວ, ຮັບເອົາ ແລະ ເປັນເຈົ້າຕົນເອງຢ່າງທັນການ ກໍ່ຈະຖືກຖອຍຫຼັງ:

        ຍິ່ງກ່ວາເວລາໃດໝົດບົດບາດຂອງບັນດານັກວິທະຍາສາດປັນຍາຊົນນັກສິລະປິນບັນດາຜູ້ທີ່ຈຸດປະກາຍທວັນໄຟແຫ່ງພູມປັນຍາ ແລະ ປະດິດຄິດສ້າງ ນັບມື້ນັບກາຍເປັນຫຼັກແຫຼ່ງແກ່ນສານບັນດາສະຫາຍບໍ່ພຽງແຕ່ເປັນ “ນັກວິສາວະກອນດ້ານຈິດວິນຍານ”, ບັນດາ “ນັກສະຖາປະນິກໃນອະນາຄົດ”, ບັນດາຜູ້ທີ່ໄດ້ສະແດງອອກ “ກຳລັງບົ່ມຊ້ອນຂອງຄົນ ຫວຽດນາມ” ເທົ່ານັ້ນຫາກຍັງເປັນຜູ້ຮັກສາແປວໄຟແຜ່ຈະຈາຍຄຸນຄ່າ ຫວຽດນາມນ້ຳໃຈ ຫວຽດນາມສີສັນ ຫວຽດນາມ ໃນໂລກທີ່ເຕັມໄປດ້ວຍຄວາມແກ້ງແຍ້ງ ແລະ ເຄື່ອນເໜັງອີກດ້ວຍ.

          ເພື່ອຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ປະກົດຜົນເປັນຈິງນັ້ນ, ທ່ານເລຂາທິການໃຫ່ຍ ຮຽກຮ້ອງໃຫ້ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຈົ່ງພ້ອມກັນຮ່ວມເດີນທາງພ້ອມກັບພັກ, ປຊຊ ເພື່ອຄົ້ນຄ້ວາ, ປະດິດຄິດສ້າງ, ອຸທິດສ່ວນ, ສຸມໃສ່ບັນດາຂົງເຂດປາຍແຫຼມຄື: ວິທະຍາສາດເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ, ສາທາລະນະສຸກ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດດີຈີຕອນ…

           ຕາມທ່ານເລຂາທິການໃຫ່ຍ, ຄະນະບໍລິຫານງານສູນກາງພັກ ພວມຕັ້ງໜ້າກະກຽມເພື່ອກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ກາຍເປັນກອງປະຊຸມໃຫ່ຍທີ່ມີຂີດໝາຍ, ນຳປະເທດຊາດກ້າວເຂົ້າສູ່ສັງກາດຮັ່ງມີເຂັ້ມແຂງ, ພັດທະນາຢ່າງຍືນຍົງ. ສະເພາະໃນຂົງເຂດວັດທະນະທຳ-ວິທະຍາສາດ-ສິລະປະ, ທ່ານເລຂາທິການໃຫ່ຍ ເນັ້ນໜັກວ່າ ພັກ ໄດ້ວາງອອກບັນດາໜ້າທີ່ໃໝ່, ສອດຄ່ອງກັບການເຄື່ອນໄຫວ, ການພັດທະນາຂອງຂົງເຂດວັດທະນະທຳເອງ ເພື່ອສ້າງພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ.

  ທ່ານເລຂາທິການໃຫ່ຍ ໂຕເລີມ ສະເໜີຕ້ອງສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ໃຫ້ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດໃນສັງກາດດີຈີຕອນ, ໃນຍຸກສະໄໝໃໝ່:

    ນັກສິລະປິນຕ້ອງແມ່ນບັນດານັກຮົບໃນແນວໂຮມດ້ານຈິດໃຈປະດິດຄິດສ້າງບັນດາຜົນງານທີ່ມີຄຸນຄ່າດ້ານແນວຄິດຄວາມງາມຢ່າງບໍ່ຢຸດຢັ້ງມີກຳລັງແຜ່ກະຈາຍສົ່ງແຫຼ່ງບັນດານໃຈຍົກລະດັບຈິດວິນານຄົນ ຫວຽດນາມ ໃນສະພາບຫັນເປັນໂລກາພິວັດ ແລະ ເຊື່ອມໂຍງຕ້ອງສະແດງຄວາມສຸດຈິດສຸດໃຈເພື່ອວຽກງານເປັນເຈົ້າການໃນການເຂົ້າຮ່ວມວິວັດການສ້າງ ແລະ ຕີລາຄານະໂຍບາຍ ບົນຈິດໃຈວິທະຍາສາດວັດທະນະທຳມະນຸດຊົນຊາດ….

ປັນຍາຊົນນັກວິທະຍາສາດນັກສິລະປິນແມ່ນເຄົ້າກຳລັງແຮງຂອງຊາດ

    ຕາມທ່ານເລຂາທິການໃຫ່ຍ ໂຕເລິມ, ພັກ, ລັດ ແລະ ປຊຊ ໄດ້ຕັ້ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງອັນໃຫຍ່ຫຼວງທີ່ສຸດ ເຂົ້າໃນຖັນແຖວປັນຍາຊົນ, ນັກວິທະຍາສາດ, ຜູ້ທີ່ນຳໜ້າຫຼັກແຫຼ່ງ ສ້າງການປ່ຽນໃໝ່, ບືນຕົວຂຶ້ນຢ່າງແຮງ, ມຸ່ງໄປສູ່ເປົ້າໝາຍພັດທະນາປະເທດຊາດຢ່າງວ່ອງໄວ, ຍືນຍົງໃນໄລຍະໃໝ່. ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ:

ປະເທດ ຫວຽດນາມ ມີຂອບຂະໜາດ, ກຳລັງຄວາມສາມາດ, ທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຄືໃນທຸກວັນນີ້ ແມ່ນຍ້ອນມູນເຊື້ອອະລິຍະທຳຂອງຊາດ ທີ່ໄດ້ເຕົ້າໂຮມໃນເວລາ 95 ປີພາຍໃຕ້ການນຳພາຂອງພັກ, 80 ປີແຫ່ງລັດ ສສ ຫວຽດນາມ, 40 ປີແຫ່ງການປ່ຽນແປງໃໝ່, ຍ້ອນການເຫັນດີເຫັນພ້ອມ, ຕອບສະໜອງ, ການອອກແຮງງານຢ່າງດຸໝັ່ນ, ຍ້ອນການອຸທິດສ່ວນຂອງ ປຊຊ ຜູ້ອອກແຮງງານທຸກຊັ້ນວັນນະນັບລ້ານໆຄົນ, ໃນນັ້ນມີກຳລັງປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ. ຍາມໃດພັກ, ລັດ ກໍ່ຈົດຈຳ, ຮັບຮູ້ ຍົກສູງບົດບາດຂອງປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນແມ່ນວົງຈອນແຫຼ່ງກຳລັງໃຫ້ແກ່ການຄົງຕົວຂອງປະເທດຊາດຕະຫຼອດໄປ, ແມ່ນເຄົ້າກຳລັງແຮງຂອງປະເທດຊາດ.

ເປົ້າໝາຍບືນຕົວຂຶ້ນສ້າງສາປະເທດ ຫວຽດນາມ ທີ່ຈະເລີນຮຸ່ງເຮືອງ, ຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສິວິໄລ ບໍ່ພຽງແຕ່ແມ່ນຄວາມຄາດຫວັງຂອງສະເພາະແຕ່ລະຄົນເທົ່ານັ້ນ, ຫາກຍັງແມ່ນພາລະກຳຂອງທົ່ວທັງຊາດອີກດ້ວຍ. ການສະໜັບສະໜູນ, ການປະກອບສ່ວນຂອງຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ຈະປະກອບສ່ວນຫັນເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ./.


top