ຂ່າວສານ

ຈີນ ແລະ EU ສືບຕໍ່ເຈລະຈາກ່ຽວກັບສົນທິສັນຍາການລົງທຶນ

      ວັນທີ 10 ມິຖຸນາ, ບັນດາເຈົ້າໜ້າທີ່ດ້ານການຄ້າ ຈີນ ແລະ ສະຫະພາບ ເອີລົບ (EU) ໄດ້ເລີ່ມຕົ້ນການເຈລະຈາຮອບທີ 21 ກ່ຽວກັບສົນທິສັນຍາການລົງທຶນສອງສົ້ນ (BIT) ຢູ່ນະຄອນຫຼວງປັກກີ່ງ.

ລົດໂອໂຕທີ່ຈະໄດ້ຮັບການສົ່ງອອກ ຂອງຈີນ (ພາບ: TTX/TTXVN) 
             ກະຊວງອຸດສາຫະກຳ ແລະ ການຄ້າ ຈີນ (MOC) ໃຫ້ຮູ້ວ່າ ສອງຝ່າຍຈະ ປຶກສາຫາລືກ່ຽວກັບເອກະສານ ແລະ ບັນຊີລາຍຊື່ທີ່ກ່ຽວຂ້ອງເຖິງສົນທິສັນຍາ, ກໍ່ຄືຄວາມມານະພະຍາຍາມບັນລຸໄດ້ບາດກ້າວພັດທະນາຕາມທິດຕັ້ງໜ້າ. ຕາມແຜນແລ້ວ, ຮອບເຈລະຈາດັ່ງກ່າວຈະແກ່ຍາວພາຍໃນ 5 ມື້, ນີ້ແມ່ນໜຶ່ງໃນບັນດາການເຈລະຈາທາງການຄ້າ, ເສດຖະກິດທີ່ສຳຄັນທີ່ສຸດຂອງຈີນ. ເຈລະຈາຮອບທີ່ໜຶ່ງ ໄດ້ເລີ່ມຕົ້ນແຕ່ປີ 2013 ແລະ ຄາດວ່າການນຳສອງຝ່າຍຈະລົງນາມໃນຂໍ້ຕົກລົງໃນປີ 2020.
 (ແຫຼ່ງຄັດຈາກ VOV)


top