ຂ່າວສານ

ຈີນ ຮຽກ​ຮ້ອງ​ໃຫ້ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ໃນ​ຂໍ້​ຕົກ​ລົງ ອາ​ເມ​ລິ​ກາ - ອີ​ຣານ

ວັນ​ທີ 17 ມິ​ຖຸ​ນາ, ເມື່ອ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ ​ທ່ານ Abbas Araghchi ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ລະ​ຫວ່າງ ອີ​ຣານ ແລະ ອາ​ເມ​ລິ​ກາ, ທ່ານ ຫວາງ​ອີ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າ​ຍ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Abbas Araghchi (ເບື້ອງ​ຊ້າຍ) ແລະ ຄູ່​ຕຳ​ແໜ່ງ ຈີນ ຫວາງ​ອີ ຢູ່ ປັກ​ກິ່ງ (ພາບ: AP)

ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວາງ​ອີ ໃຫ້​ຮູ້​ວ່າ ຈີນ ຍາມ​ໃດ​ກໍ​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ທີ່​ຊອບ​ທຳ​ຂອງ ອີ​ຣານ, ບັນ​ດາຄວາມ​ມາ​ນະ​ພະ​ຍາ​ຍາມ​ປົກ​ປ້ອງ​ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ນີ້, ກໍ​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໄກ່​ເກ່ຍ​ຂອງ ປາ​ກິດ​ສະ​ຖານ ແລະ ປະ​ຊາ​ຄົມ​ສາ​ກົນ; ພ້ອມ​ທັງ​ຖະ​ແຫຼງວ່າ “ຈີນ ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ຢຸດ​ຕິ​ການ​ປະ​ທະ​ກັນ ແລະ ຊຸກ​ຍູ້​ສັນ​ຕິ​ພາບ​ຕາມ​ວິ​ທີ​ສະ​ເພາະ​ຂອງ​ຕົນ”. ຕາມ​ທ່ານ​ແລ້ວ, ບາດ​ກ້າວ​ເດີນ​ສຳ​ຄັນ​ຕໍ່​ໄປ​ແມ່ນ​ບັນ​ດາ​ຝ່າຍ​ຕ້ອງ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແທ້​ຈິງ, ປັດ​ເຂ່ຍການ​ແຊກ​ແຊງ​ຈາກ​ທຸກ​ຝ່າຍ. ທ່ານ ຫວາງ​ອີ ເນັ້ນ​ໜັກ​ວ່າ ບັນ​ຫາ​ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ, ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​​ລວມ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ຕ້ອງ​ໄດ້ຮັບການ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ​ກົມ​ກ່ຽວ​ກັນ. ຈີນ ສະ​ໜັບ​ສະ​ໜູນ ອີ​ຣານ ປັບປຸງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ ແລະ ຊອກ​ຫາ​ວິ​ທີ​ເພື່ອພ້ອມ​ກັນ​ສ້າງ​ໂຄ​ງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

ສ່ວນ​ທ່ານ Abbas Araghchi ຖື​ວ່າ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງມ​ີ​ປະ​ສິດ​ທິ​ຜົນ, ລວມ​ທັງ​ເລື່ອງ ອິດ​ສະ​ຣາ​ແອັນ​ ຢຸດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານການ​ທະ​ຫານ​ຢູ່ ລີ​ບັງ.


top