ຂ່າວສານ

ຈີນ ຮຽກຮ້ອງໃຫ້ ປາກິດສະຖານ ຮັບປະກັນຄວາມໝັ້ນຄົງໃຫ້ແກ່ແລວເສດຖະກິດລວມ

ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງເກີດການບຸກໂຈມຕີກໍ່ການຮ້າຍຢູ່ແຂວງ Sindh ຂອງ ປາກິດສະຖານ ໃນວັນທີ 06 ຕຸລາ, ເຮັດໃຫ້ພົນລະເມືອງ ຈີນ 2 ຄົນເສຍຊີວິດ ແລະ 1 ຄົນຮັບບາດເຈັບ.
ເກີດການບຸກໂຈມຕີກໍ່ການຮ້າຍຢູ່ແຂວງ Sindh ຂອງ ປາກິດສະຖານ ໃນວັນທີ 06 ຕຸລາ (ພາບ: THX/TTXVN)

ວັນທີ 07 ຕຸລາ, ກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ, ປະເທດນີ້ໄດ້ກະຕຸກຊຸກຍູ້ໃຫ້ ປາກິດສະຖານ ຈັດວາງບັນດາມາດຕະການລະອຽດຕື່ມອີກ ເພື່ອຮັບປະກັນຄວາມໝັ້ນຄົງຢ່າງສິ້ນເຊິງໃຫ້ແກ່ແລວເສດຖະກິດ ຈີນ - ປາກິດສະຖານ (CPEC) ກໍ່ຄືຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ບັນດາພາລະກອນ, ໂຄງການ ແລະ ອົງການຈັດຕັ້ງຂອງ ຈີນ ຢູ່ປະເທດນີ້. ຄຳຮຽກຮ້ອງໄດ້ຍົກອອກມາພາຍຫຼັງເກີດການບຸກໂຈມຕີກໍ່ການຮ້າຍຢູ່ແຂວງ Sindh ຂອງ ປາກິດສະຖານ ໃນວັນທີ 06 ຕຸລາ, ເຮັດໃຫ້ພົນລະເມືອງ ຈີນ 2 ຄົນເສຍຊີວິດ ແລະ 1 ຄົນຮັບບາດເຈັບ. ຕາມໂຄສົກກະຊວງການຕ່າງປະເທດ ຈີນ ແລ້ວ, ພາຍຫຼັງເກີດເຫດບຸກໂຈມຕີດັ່ງກ່າວ, ທາງກະຊວງນີ້ໄດ້ພ້ອມກັບສະຖານທູດ  ແລະ ສະຖານກົງສູນ ຈີນ ປະຈຳ ປາກິດສະຖານ ປະຕິບັດກົນໄກຮັບມືຢ່າງຮີບດ່ວນ ເພື່ອແກ້ໄຂເຫດການ.

ໃນຖະແຫຼງການໜຶ່ງ, ສະຖານທູດ ຈີນ ປະຈຳ ປະກິດສະຖານ ໃຫ້ຮູ້ວ່າ, ປັກກິ່ງ ຈະສືບຕໍ່ໜູນຊ່ວຍຄວາມມານະພະຍາຍາມຕ້ານການກໍ່ການຮ້າຍຂອງ Islamabad ແລະ ພ້ອມແລ້ວຈະຮ່ວມມືເພື່ອສະກັດກັ້ນທຸກກົນອຸບາຍທຳລາຍການພົວພັນລະຫວ່າງ 2 ປະເທດ.


top