ໂຄສົກກະຊວງການຕ່າງປະເທດ ຈີນ ໝາວໜິງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຫັນກຳລັງໜູນຈັດການສົນທະນາ ແລະ ເຈລະຈາໃຫ້ປະກົດຜົນເປັນຈິງຄືນໃໝ່ໂດຍໄວ.
ໂຄສົກກະຊວງການຕ່າງປະເທດ ຈີນ ນາງ ໝາວໜິງ (ພາບ: ກະຊວງການຕ່າງປະເທດ ຈີນ)
ວັນທີ 14 ມີນາ, ທ່ານຮອງລັດຖະມົນຕີການຕ່າງປະເທດ 2 ປະເທດ ຈີນ, ລັດເຊຍ ແລະ ອີຣານ ໄດ້ດຳເນີນກອງປະຊຸມ 3 ຝ່າຍຢູ່ ປັກກິ່ງ, ປະເທດ ຈີນ, ເພື່ອປຶກສາຫາລືກ່ຽວກັບບັນຫາອີຣານ.
ກ່ອນທີ່ດຳເນີນການພົບປະ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຈັດຂຶ້ນໃນຕອນບ່າຍວັນທີ 13 ມີນາ, ໂຄສົກກະຊວງການຕ່າງປະເທດ ຈີນ ນາງ ໝາວໜິງ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຫັນກຳລັງໜູນຈັດການສົນທະນາ ແລະ ເຈລະຈາໃຫ້ປະກົດຜົນເປັນຈິງຄືນໃໝ່ໂດຍໄວ.
“ກອງປະຊຸມຢູ່ ປັກກິ່ງ ແມ່ນຄວາມມານະພະຍາຍາມທາງການທູດຫຼ້າສຸດຂອງ ຈີນ ເພື່ອເພີ່ມທະວີການຕິດຕໍ່, ສົມທົບກັນ, ສ້າງເງື່ອນໄຂເພື່ອເຊື່ອມຕໍ່ການສົນທະນາ ແລະ ການເຈລະຈາຄືນໃໝ່ໂດຍໄວ. ຕໍ່ໜ້າສະພາບການໃນປະຈຸບັນ, ພວກຂ້າພະເຈົ້າຖືວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງຮັກສາຄວາມລະງັບໃຈ ແລະ ຈຳກັດ ເພື່ອຫຼີກລຽງສະພາບການນິວເຄຼຍ ອີຣານ ເຄັ່ງຕຶງຂຶ້ນ, ຊ້ຳບໍ່ໜຳແມ່ນການປະເຊີນໜ້າ ແລະ ເກີດການປະທະກັນ”.
ຄຳຮຽກຮ້ອງຂອງ ປັກກິ່ງ ໄດ້ຍົກອອກມາພາຍຫຼັງຜູ້ນຳສູງສຸດ ອີຣານ Ayatollah Ali Khamenei ປະຕິເສດຄຳຮຽກຮ້ອງດຳເນີນການເຈລະຈານິວເຄຼຍໃນຈົດໝາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.