ບັນດານັກການທູດ ອາເມລິກາ ແລະ ຈີນ ພວມສືບຕໍ່ມີການພົບປະຄັ້ງຕ່າງໆ ໃນຄວາມມານະພະຍາຍາມ ຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນລະຫວ່າງສອງປະເທດ.
ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າ, ວັນທີ 30 ກັນຍາ, ທ່ານ Daniel Kritenbrink ຜູ້ຊ່ວຍວຽກທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຊີຕາວັນອອກ ແລະ ປາຊີຟິກ ໄດ້ພົບປະກັບທ່ານ ຊຸນເວີ້ຍຕົ່ງ ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ. ສອງຝ່າຍມີການທາບທາມຄວາມເຫັນທີ່ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາພາກພື້ນ ໃນຄວາມມານະພະຍາຍາມ ຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ, ເນັ້ນໜັກຄວາມສຳຄັນຂອງການຮັກສາການເປີດບັນດາຊ່ອງຕິດຕໍ່ພົວພັນ ໃນບັນດາຂົງເຂດທີ່ຍັງມີຄວາມບໍ່ລົງລອຍກັນຫຼາຍຢ່າງ ແລະ ບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ.
ໃນໂອກາດນີ້, , ທ່ານ Daniel Kritenbrink ຜູ້ຊ່ວຍວຽກທ່ານລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບບັນດາບັນຫາ ອາຊີຕາວັນອອກ ແລະ ປາຊີຟິກ ແລະ ທ່ານ ຊຸນເວີ້ຍຕົ່ງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຈີນ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບນະໂຍບາຍຂອງສອງປະເທດ ແລະ ຝ່າຍ ອາເມລິກາ ໄດ້ເນັ້ນໜັກເຖິງຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ຂອງປະເທດນີ້.