ຂ່າວສານ

ຈີນ, ຍີ່ປຸ່ນ ຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານ ຈັດການເຈລະຈາ

      ວັນທີ 08 ມີນາ, ຈີນ ປາດຖະໜາວ່າ ປາກິດສະຖານ ແລະ ອິນເດຍ ຈະຊຸກຍູ້ການເຈລະຈາ, ແທນທີ່ສູ້ຢັນກັນ, ແກ້ໄຂບັນດາຄວາມບໍ່ລົງລອຍກັນບົນພື້ນຖານເຈດຕະນາດີ ແລະ ພ້ອມກັນສ້າງອະນາຄົດອັນດີງາມກວ່າລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງຢູ່ເຂດອາຊີໃຕ້ ນີ້.

ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ
(ພາບ: THX/TTXVN)
      ທ່ານລັດຖະມົນຕີການຕ່າງປະເທດຈີນ ວາງອີ ໃຫ້ຮູ້ວ່າ, ປັກກິງ ຊົມເຊີຍຈິດໃຈກຽມພ້ອມຂອງ 2 ປະເທດ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ເລີ່ມດຳເນີນບັນດາການເຈລະຈາ.
        ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ກໍ່ອອກສຽງຮຽກຮ້ອງໃຫ້ອິນເດຍ ແລະ ປາກິດສະຖານ ຄວນລະງັບໃຈ ແລະ ມານະພະຍາຍາມເພື່ອຈັດການເຈລະຈາຂັ້ນສູງ ເພື່ອຫຼີກລ້ຽງເກີດຄວາມເຄັ່ງຕຶງຂຶ້ນໃໝ່ຢູ່ເຂດຂັດແຍ້ງ Kashmir. ທ່ານກ່າວເຕືອນວ່າ, ສະພາບການປີ້ນຂັ້ນໄດຄືດັ່ງກ່າວນັ້ນ ຈະເຮັດໃຫ້ສະພາບການ “ບໍ່ສາມາດຕ່າວປີ້ນໄດ້” ລະຫວ່າງ 2 ປະເທດມະຫາອຳນາດດ້ານນິວເຄຼຍ, ພ້ອມທັງສະແດງຄວາມຫວັງວ່າ, ທັງ 2 ປະເທດ “ຄວນລະງັບໃຈ ແລະ ດຳເນີນການເຈລະຈາຂັ້ນສູງ”.
 (ແຫຼ່ງຄັດຈາກ VOV)


top