ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມທີ່ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຈີນ ມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.
ທ່ານ ເລຮ່ວາຍຈຸງ ເລຂາສູນກາງພັກ, ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ:VOV)
ຕອນຄ່ຳວັນທີ 26 ກັນຍາຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈຸງ ເລຂາສູນກາງພັກ, ຮັກສາການລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ງານລ້ຽງ ສະເຫຼີມສະຫຼອງ 76 ປີແຫ່ງວັນສ້າງຕັ້ງປະເທດ ສປ.ຈີນ (1 ຕຸລາ 1949 – 1 ຕຸລາ 2025) ໂດຍສະຖານທູດຈີນ ປະຈຳ ຫວຽດນາມ ຈັດຂຶ້ນ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານ ເລຮ່ວາຍຈຸງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມທີ່ຈະຮ່ວມກັບ ພັກ, ລັດ ແລະ ປະຊາຊົນຈີນ ມານະພະຍາຍາມເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ.
ສ່ວນທ່ານ Wang Qun ອຸປະທູດຊົ່ວຄາວ ຈີນ ປະຈຳ ຫວຽດນາມ ເນັ້ນໜັ້ກວ່າ ຈີນຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ. ທ່ານ Wang Qun ຊີ້ແຈ້ງວ່າ ຈີນ ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເຊື່ອມຊືມປະຕິບັດຄວາມຮັບຮູ້ລວມຂັ້ນສູງ, ຢຶດໝັ້ນກຳນົດທິດຍຸດທະສາດຂອງການນຳສູງສຸດຂອງສອງພັກ, ສອງລັດ ກ່ຽວກັບການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອດບ້ານໃຫ້ຫຼາຍກວ່າອີກ.