ຂ່າວສານ

ຈີນ: ຈຸ​ບິນ​ອາ​ວະ​ກາດ ເສີນ​ເຈົາ 20 ກັບ​ຄືນ​ສູ່​ໜ່ວຍ​ໂລກ

ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025.
ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20 (ພາບ: CCTV/REUTERS)

ຕາມຂໍ້ມູນຂ່າວຈາກສື່ມວນຊົນ ຈີນ ແລ້ວ, ບັນດານັກບິນຂອງຍານອາວະກາດ ເສີນເຈົາ 20 ແລະ ເສີນເຈົາ 21 ໄດ້ປະຕິບັດພິທີມອບ - ຮັບ ຢູ່ສະຖານີຍານອາວະກາດ ແທນກຸງ ໃນວັນທີ 4 ພະຈິກຢ່າງເປັນທາງການ. ເຫດການດັ່ງກ່າວໄດ້ສ້າງຂີດໝາຍດ້ວຍພິທີມອບ-ຮັບຂໍ້ກຸນແຈສະຖານີອາວະກາດ, ເປັນສັນຍາລັກໃຫ້ແກ່ການມອບໂອນຄວາມຮັບຜິດຊອບບໍລິຫານ ແລະ ບຳລຸງຮັກສາສະຖານີອາວະກາດ.

ຈຸບິນອາວະກາດ ເສີນເຈົາ 20, ລວມມີນັກບິນ 3 ທ່ານ, ເຊັ່ນ: ຈັນຕຸງ, ຈັນຈຸງໄຣ້ ແລະ ຫວາງເຈັຍ, ໄດ້ບິນຂຶ້ນວົງໂຄຈອນແຕ່ເດືອນເມສາປີ 2025. ໄລ່ຮອດຈຸດເວລາປັດຈຸບັນ, ເຂົາເຈົ້າໄດ້ດຳລົງຊີວິດ ແລະ ເຮັດວຽກຢ່າງລຽນຕິດຢູ່ສະຖານີອາວະກາດໃນຕະຫຼອດໄລຍະ 180 ວັນ, ປະຕິບັດສຳເລັດໜ້າທີ່ຄົ້ນຄວ້າ ແລະ ບໍລິຫານທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີທີ່ສຸດ.

ຕາມແຜນການແລ້ວ, ຈຸບິນອາວະກາດດັ່ງກ່າວ ຈະອອກຈາກສະຖານີອາວະກາດ ແລະ ຂຶ້ນຍານອາວະກາດ ເສີນເຈົາ 20 ເພື່ອກັບຄືນສູ່ໜ່ວຍໂລກໃນວັນທີ 5 ພະຈິກ.


top