ຂ່າວສານ ຈີນ, ການາດາ ຈັດຕັ້ງການເຈລະຈາດ້ານການເງິນ - ເສດຖະກິດ ຄັ້ງທຳອິດ 14/11/2018 ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ. ຮອບການເຈລະຈາ ຍຸດທະສາດການເງິນ ແລະ ເສດຖະກິດ ຈີນ - ການາດາ ຄັ້ງທຳອິດໄດ້ໄຂຂຶ້ນຢາງເປັນທາງການໃນວັນທີ 12 ພະຈິກ ໃນສະພາບການທີ່ປັກກິ່ງ ແລະ ໂອດຕາວາ ກຳລັງຊອກຫາວິທີເພີ່ມທະວີການຮ່ວມມື ແລະ ຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ. ການເຈລະຈານີ້ ໂດຍການເປັນປະທານຮ່ວມຂອງ ກຳມະການລັດຖະບານຈີນ ຫວາງຢົງ ຮ່ວມກັບລັດຖະມົນຕີກະຊວງການເງິນ ການາດາ William Morneau ແລະ ລັດຖະມົນຕີກະຊວງ ຫັນການຄ້າສາກົນເປັນຫຼາຍຮູບແບບ James Carr. ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ. ກຳມະການລັດຖະບານຈີນ ຫວາງຢົງ ໃຫ້ຮູ້ວ່າ ສັນຍານຕັ້ງໜ້າໄດ້ກະຈາຍອອກໄປ ເມື່ອສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະຮ່ວມແຮງຮ່ວມໃຈກັນປົກປ້ອງກົນໄກຫຼາຍຝ່າຍ ແລະ ໂລກາພິວັດ ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດຂອງສອງປະເທດ ແລະ ຂອງໂລກ. ສ່ວນບັນດາ ຜູ້ຕາງໜ້າຂອງ ການາດາ ໃຫ້ຮູ້ວ່າ ໂອດຕາວາ ຖືສຳຄັນບັນດາການພົວພັນກັບຈີນ, ພ້ອມນັ້ນກໍ່ຢັ້ງຢືນວ່າສອງພື້ນຖານເສດຖະກິດມີລັກສະນະເກື້ອໜູນກັນສູງ ກໍ່ຄືມີກຳລັງບົ່ມຊ້ອນໃນການຮ່ວມມືອັນໃຫຍ່ຫຼວງ. ການາດາ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ເພື່ອໜູນຊ່ວຍ ແລະ ດັດປັບກົນໄກການຄ້າຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ ແລະ ລະບຽບກົດໝາຍ, ຍູ້ແຮງການຮ່ວມມືໃນການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ, ພ້ອມທັງຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະເປັນທົ່ວໂລກ. (ແຫຼ່ງຄັດຈາກ VOV)

ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ. ຮອບການເຈລະຈາ ຍຸດທະສາດການເງິນ ແລະ ເສດຖະກິດ ຈີນ - ການາດາ ຄັ້ງທຳອິດໄດ້ໄຂຂຶ້ນຢາງເປັນທາງການໃນວັນທີ 12 ພະຈິກ ໃນສະພາບການທີ່ປັກກິ່ງ ແລະ ໂອດຕາວາ ກຳລັງຊອກຫາວິທີເພີ່ມທະວີການຮ່ວມມື ແລະ ຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ. ການເຈລະຈານີ້ ໂດຍການເປັນປະທານຮ່ວມຂອງ ກຳມະການລັດຖະບານຈີນ ຫວາງຢົງ ຮ່ວມກັບລັດຖະມົນຕີກະຊວງການເງິນ ການາດາ William Morneau ແລະ ລັດຖະມົນຕີກະຊວງ ຫັນການຄ້າສາກົນເປັນຫຼາຍຮູບແບບ James Carr. ທີ່ການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຂໍ້ຕົກລົງກວ່າ 50 ສະບັບ ແລະ ປຶກສາຫາລືກ່ຽວກັບສະພາບການເສດຖະກິດພະຫາພາກ, ການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ ກໍ່ຄືການຮ່ວມມືໃນບັນດາຂົງເຂດການຄ້າ, ການລົງທຶນ ແລະ ການເງິນ. ກຳມະການລັດຖະບານຈີນ ຫວາງຢົງ ໃຫ້ຮູ້ວ່າ ສັນຍານຕັ້ງໜ້າໄດ້ກະຈາຍອອກໄປ ເມື່ອສອງຝ່າຍໃຫ້ຄຳໝັ້ນສັນຍາວ່າຈະຮ່ວມແຮງຮ່ວມໃຈກັນປົກປ້ອງກົນໄກຫຼາຍຝ່າຍ ແລະ ໂລກາພິວັດ ກໍ່ຄືຊຸກຍູ້ການເຕີບໂຕເສດຖະກິດຂອງສອງປະເທດ ແລະ ຂອງໂລກ. ສ່ວນບັນດາ ຜູ້ຕາງໜ້າຂອງ ການາດາ ໃຫ້ຮູ້ວ່າ ໂອດຕາວາ ຖືສຳຄັນບັນດາການພົວພັນກັບຈີນ, ພ້ອມນັ້ນກໍ່ຢັ້ງຢືນວ່າສອງພື້ນຖານເສດຖະກິດມີລັກສະນະເກື້ອໜູນກັນສູງ ກໍ່ຄືມີກຳລັງບົ່ມຊ້ອນໃນການຮ່ວມມືອັນໃຫຍ່ຫຼວງ. ການາດາ ພ້ອມແລ້ວທີ່ຈະຮ່ວມມືກັບຈີນ ເພື່ອໜູນຊ່ວຍ ແລະ ດັດປັບກົນໄກການຄ້າຫຼາຍຝ່າຍ ໂດຍອີງໃສ່ບັນດາຫຼັກການ ແລະ ລະບຽບກົດໝາຍ, ຍູ້ແຮງການຮ່ວມມືໃນການເຄື່ອນໄຫວຄຸ້ມຄອງເສດຖະກິດທົ່ວໂລກ, ພ້ອມທັງຮ່ວມແຮງຮ່ວມໃຈໃນການຮັບມືກັບບັນດາສິ່ງທ້າທາຍທີ່ມີລັກສະນະເປັນທົ່ວໂລກ. (ແຫຼ່ງຄັດຈາກ VOV)