ຂ່າວສານ ຈີນຢັ້ງຢືນການພົວພັນການຄ້າກັບອາເມລິກາເປັນປົກກະຕິ ແລະເໝາະສົມກັບຜົນປະໂຫຍດລວມ 04/05/2018 ວັນທີ 03 ພຶດສະພາ, ຄະນະຜູ້ແທນດ້ານການຄ້າອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ນຳໜ້າ ໄດ້ເດີນທາງໄປຮອດຈີນ ເພື່ອເຂົ້າຮ່ວມການປຶກສາຫາລືດ້ານການຄ້າກັບຝ່າຍປັກກິງ. ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ ໃນວັນທີ 02 ພຶດສະພາ, ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ໃນການປຶກສາຫາລືສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາດ້ານເສດຖະກິດ ແລະ ການຄ້າ ແມ່ນຄວາມເອົາໃຈໃສ່ລວມຂອງ Washington ແລະ ປັກກິງ ໃນສອງວັນ ນັ້ນແມ່ນວັນທີ 03 – 04 ພຶດສະພາ. ທ່ານນາງໄດ້ຢືນຢັນວ່າ ບັນດາການປຶກສາຫາລືລະຫວ່າງສອງປະເທດກ່ຽວກັບບັນຫາເສດຖະກິດ ແລະ ການຄ້າ ຈະມີລັກສະນະສ້າງສັນ ເມື່ອຝ່າຍອາເມລິກາສະແດງໃຫ້ເຫັນຄວາມຈິງໃຈໃນວິວັດການແລກປ່ຽນເທົ່ານັ້ນ. ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງຕ່າງປະເທດຈີນ ກໍໃຫ້ຂໍ້ສັງເກດວ່າ ບໍ່ສາມາດແກ້ໄຂບັນດາບັນຫາສັບສົນ ລະຫວ່າງສອງປະເທດໄດ້ທັງໝົດ ພຽງແຕ່ດ້ວຍການປຶກສາຫາລືຄັ້ງດຽວໄດ້. ເຖິງຢ່າງໃດກໍຕາມ, ທ່ານນາງຍັງຢັ້ງຢືນວ່າ ການແກ້ໄຂ ບັນດາບັນຫາໃນການພົວພັນດ້ານເສດຖະກິດ ແລະ ການຄ້າຢ່າງຖືກຕ້ອງ ນັ້ນແມ່ນຜ່ານບັນດາການປຶກສາຫາລືຢ່າງສະເໝີພາບ ກໍຄືຮັກສາຄວາມສະຖຽນລະພາບຮອບດ້ານໃນການພົວພັນທາງການຄ້າ ແນ່ນອນວ່າຈະເໝາະສົມກັບຜົນປະໂຫຍດລວມຂອງສອງຝ່າຍ, ຊ່ວຍຮັກສາສະຖຽນລະພາບ ແລະ ການເຕີບໂຕເສດຖະກິດໂລກ. (ແຫຼ່ງຄັດຈາກ VOV)

ວັນທີ 03 ພຶດສະພາ, ຄະນະຜູ້ແທນດ້ານການຄ້າອາເມລິກາ ໂດຍທ່ານລັດຖະມົນຕີກະຊວງການເງິນອາເມລິກາ Steven Mnuchin ນຳໜ້າ ໄດ້ເດີນທາງໄປຮອດຈີນ ເພື່ອເຂົ້າຮ່ວມການປຶກສາຫາລືດ້ານການຄ້າກັບຝ່າຍປັກກິງ. ເມື່ອກ່າວຄຳເຫັນຕໍ່ສື່ມວນຊົນ ໃນວັນທີ 02 ພຶດສະພາ, ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ ໃນການປຶກສາຫາລືສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາດ້ານເສດຖະກິດ ແລະ ການຄ້າ ແມ່ນຄວາມເອົາໃຈໃສ່ລວມຂອງ Washington ແລະ ປັກກິງ ໃນສອງວັນ ນັ້ນແມ່ນວັນທີ 03 – 04 ພຶດສະພາ. ທ່ານນາງໄດ້ຢືນຢັນວ່າ ບັນດາການປຶກສາຫາລືລະຫວ່າງສອງປະເທດກ່ຽວກັບບັນຫາເສດຖະກິດ ແລະ ການຄ້າ ຈະມີລັກສະນະສ້າງສັນ ເມື່ອຝ່າຍອາເມລິກາສະແດງໃຫ້ເຫັນຄວາມຈິງໃຈໃນວິວັດການແລກປ່ຽນເທົ່ານັ້ນ. ທ່ານນາງ ຄວາຊວນຫຍິງ ໂຄສົກກະຊວງຕ່າງປະເທດຈີນ ກໍໃຫ້ຂໍ້ສັງເກດວ່າ ບໍ່ສາມາດແກ້ໄຂບັນດາບັນຫາສັບສົນ ລະຫວ່າງສອງປະເທດໄດ້ທັງໝົດ ພຽງແຕ່ດ້ວຍການປຶກສາຫາລືຄັ້ງດຽວໄດ້. ເຖິງຢ່າງໃດກໍຕາມ, ທ່ານນາງຍັງຢັ້ງຢືນວ່າ ການແກ້ໄຂ ບັນດາບັນຫາໃນການພົວພັນດ້ານເສດຖະກິດ ແລະ ການຄ້າຢ່າງຖືກຕ້ອງ ນັ້ນແມ່ນຜ່ານບັນດາການປຶກສາຫາລືຢ່າງສະເໝີພາບ ກໍຄືຮັກສາຄວາມສະຖຽນລະພາບຮອບດ້ານໃນການພົວພັນທາງການຄ້າ ແນ່ນອນວ່າຈະເໝາະສົມກັບຜົນປະໂຫຍດລວມຂອງສອງຝ່າຍ, ຊ່ວຍຮັກສາສະຖຽນລະພາບ ແລະ ການເຕີບໂຕເສດຖະກິດໂລກ. (ແຫຼ່ງຄັດຈາກ VOV)