ວັນທີ 08 ສິງຫາ, ຈີນ ໄດ້ຕຳໜິຕິຕຽນບັນດາຂໍ້ກຳນົດຂອງອາເມລິກາ ທີ່ຍົກອອກມາເພື່ອຫ້າມບໍ່ໃຫ້ກຸ່ມບໍລິສັດເຕັກໂນໂລຊີ Huawei ແລະ ບັນດາບໍລິສັດອື່ນຂອງຈີນ ເຂົ້າຮ່ວມບັນດາສັນຍາຂອງລັດຖະບານອາເມລິກາ ແມ່ນ “ສວຍໃຊ້ສິດອຳນາດລັດ”.
	 ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ
	(ພາບ: EPA/TTXVN)
	ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ
	(ພາບ: EPA/TTXVN) 
	      ນີ້ແມ່ນການກະທຳຫຼ້າສຸດໃນສົງຄາມການຄ້າທີ່ພວມປີນຂັ້ນໄດລະຫວ່າງຈີນ ແລະ ອາເມລິກາ.
        ໃນຖະແຫຼງສະບັບໜຶ່ງ, ໂຄສົກກະຊວງການຕ່າງປະເທດຈີນ ຄວາຈວນຢິງ ຖືວ່າ: “ເລື່ອງສວຍໃຊ້ສິດອຳນາດລັດຂອງອາເມລິກາ ແມ່ນໄຮ້ເຫດຜົນ ແລະ ຕັ້ງໃຈທຳລາຍອິດທິພົນຊື່ສຽງ ແລະ ການເກືອດຫ້າມວິສາຫະກິດລະອຽດຂອງຈີນ ເຊິ່ງພວມທຳລາຍພາບພົດຂອງອາເມລິກາ ຢ່າງຮ້າຍແຮງ ແລະ ບັນດາຜົນປະໂຫຍດຂອງປະເທດນີ້ເອງ”. ຖະແຫຼງການໄດ້ເນັ້ນໜັກວ່າ, ປັກກິງ ເດັດດ່ຽວສະໜັບສະໜູນບັນດາບໍລິສັດຂອງຈີນ ໃນການນຳໃຊ້ບັນດາເຄື່ອງມືດ້ານນິຕິກຳເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ.
	 (ແຫຼ່ງຄັດຈາກ VOV)