ຂ່າວສານ

ຈາລຶກບັນດາຜູ້ທີ່ເສຍສະຫຼະຊີວິດເພື່ອປະເທດຊາດ ດ້ວຍວຽກເຮັດທີ່ແທດຈິງ

ເນື່ອງໃນໂອກາດຈາລຶກ 79 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 - 27 ກໍລະກົດ 2026), ຢູ່ ລາຍເຈົາ ແລະ ດ້ຽນບຽນ ໄດ້ຈັດການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງເພື່ອຕອບບຸນແທນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ.
ສະຖາບັນນິຕິວິເວດກອງທັບ (ກະຊວງປ້ອງກັນປະເທດ) ຮັບ​ເອົາ​ຕ​ົວ​ຢ່າງ​ອັດ​ຖິນັກຮົບເສຍສະຫຼະຊີວິດເພື່ອຊາດປະຕິບັດການວິໄຈ ADN (ພາບ: VNA)

ເນື່ອງ​ໃນ​ໂອ​ກາດ​​ຈາ​ລຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ (27 ກໍ​ລະ​ກົດ 1947 - 27 ກໍ​ລະ​ກົດ 2026), ຢູ່ ລາຍ​ເຈົາ ແລະ ດ້ຽນ​ບຽນ ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່​ແທ​ດຈິງ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ, ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ.

ວັນ​ທີ 16 ກໍ​ລະ​ກົດ, ຢູ່​ແຂວງ ລາຍ​ເຈົາ ໄດ້​ຈັດ​ພິ​ທີ​ເປີ​ດ​​ໂຄງ​ການສ້ອມ​ແປງ, ຍົກ​ລະ​ດັບ​ກິ​ດ​ຈະ​ກຳເຂດ​ສຸ​ສານ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດແຂວງ ລາຍ​ເຈົາ ເພື່ອ​​ຈາ​ລ​ຶກ, ຕອບ​ບຸນ​ແທນ​ຄຸນບຸນ​ຄຸນ​ອັນ​ຍິ່ງ​ໃຫຍ່​ຂອງ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສົ່ງ​ພວງ​ໄປ​ວາງ​ໃຫ້​ບັນ​ດານັກ​ຮົບວິ​ລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ.

ສ່ວນ​ຢູ່ ດ້ຽນ​ບ​ຽນ, ຕອນ​ເຊົ້າ​ວັນ​ທີ 16 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ​ການ​ຊອກ​ຫາ, ທ້ອນ​ໂຮມ, ຢັ້ງ​ຢືນ​ຊື່​ແລະ​ນາ​ສະ​ກຸນນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດແຂວງ ໄດ້​ມອບ​ 668 ​ຕົວ​ຢ່າງອັດ​ຖິ​ທີ່​ຍັງ​ບໍ່​ທັນ​ຢັ້ງ​ຢືນ​ຊື່​ແລະ​ນາ​ມ​ສະ​ກຸມ​ໄດ້​ໃຫ້​ແກ່​ສະ​ຖາ​ບັນນິ​ຕິ​ວິ​ເວດ​ກອງ​ທັບ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ) ເພື່ອ​ປະ​ຕິ​ບັດ​ການ​ວິ​ໄຈ ADN, ຮັບ​ໃຊ້​ການຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ. ນີ້​ແມ່ນ​ການມອບອັດ​ຖິ​ຄັ້ງ​ທີ 3 ຂອງ​ແຂວງ.

​ຕາມ​ຄະ​ນະ​ຊີ້​ນຳ​ການ​ຊ​ອກ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່​ແລະ​ນາມ​ສະ​ກຸນ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດແຂວງ ດ້ຽນ​ບຽນ ແລ້ວ ມາ​ຮອດ​ປ​ະ​ຈຸ​ບັນ ບັນ​ດາ​ກຳ​ລັງ​ຂອງ​ແຂວງ​ໄດ້​ຂຸດ​ຂຸມ​ຝັງ​ສົບ 1.940 ຂຸມ, ຢູ່ 4 ເຂດ​ສຸ​ສານ ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່​ອ​ຊາດ; ເກັບ​ເອົາ 1.822 ​ຕົວ​ຢ່າງ​ມອບ​ໃຫ້ສະ​ຖາ​ບັນນິ​ຕິ​ວິ​ເວດ​ກອງ​ທັບ, 118 ອັດ​ຖິບໍ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ເກັບ​ເອົາ​ຕົວ​ຢ່າງ.


top