ຂ່າວສານ

ຈາກ​ພື້ນ​ຖານ​ຍຸດ​ທະ​ສາດ​ຮອດ​ອະ​ນາ​ຄົດ ອາ​ຊຽນ ຍືນ​ຍົງ

ທ່ານ ອະ​ນຸທິນ ​ຊານ​ວິ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ຈະໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8-9 ມິ​ຖຸ​ນາ.
  (ພາບ: VOV)  

ເນື່ອງ​ໃນ​ໂອ​ກາດ​ທ່ານ ອະ​ນຸທິນ ​ຊານ​ວິ​ຣະ​ກຸນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 8-9 ມິ​ຖຸ​ນາ, ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຢູ່ ຮ່າ​ໂນ້ຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ ເລ​ມິນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ ສ​ສ ຫວຽດ​ນາມ, ເມື່ອ​ຕອບຍ​ສຳ​ພາດ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ, ທ່ານ ຟ້າມ​ຫວຽດ​ຮຸ່ງ ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ​ ປະ​ຈຳ ໄທ ຢືນ​ຢັນ​ວ່າ:

ບໍ່​ພຽງ​ແຕ່​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ເທົ່າ​ນັ້ນ, ທ່ານນ​ຍົກ​ລັດ​ຖະ​ມົນ​ຕີ ໄທ ກໍ່​ຈະ​ເຂົ້​າ​ຮ່ວມ ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ອີກ​ດ້ວຍ (AFF), ຊື່ງ​ແມ່ນ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ ປີ 2023. ທ່ານນ​ຍົກ​ລັດ​ຖະ​ມົນ​ຕີ ໄທ ເຂົ້າ​ຮ່ວມ AFF ຄັ້ງ​ນີ້​ໂດຍ​ກົງ ແມ່ນ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​ເປັນ​ສຳ​ຄັນ​ສູງ​ຂອງ ໄທ ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ​ກັບ ຫວຽດ​ນາມ ກໍ່​ຄື​ແມ່ນ​ຂໍ້​ລິ​ເລີ່​ມ​ຂອງ​ປະ​ເທດ​ຕ່າງໆ, ໃນ​ນັ້ນ​ມີ ຫວຽດ​ນາມ; ແນ​ໃສ່​ຊຸກ​ຍູ້​ການ​ໂອ້​ລົມ​ສົນ​ທະ​ນາ ແລະ ບັນ​ດາ​ມາດ​ຕະ​ການ​ລວມ​ໃຫ້​ແກ່ ອາ​ຊຽນ ຮັງ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ ກໍ່​ຄື​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ນັບ​ມື້​ນັບ​ສາ​ມັກ​ຄີ​ກັນ, ໝັ້ນ​ຄົງ​ເຂັ້ມ​ແຂງ.


top