ຂ່າວສານ

ຈາກ​ຄຳ​ໝັ້ນ​ສັນ​ຍາຕ້ານ IUU ໄປສູ່ການ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ, ມີ​ຄວາມ​ຮັບ​ຜິດ​ຊອບ

ຫວຽດນາມ ຍາມໃດກໍປະຕິບັດຂໍ້ກຳນົດທົ່ວໄປຂອງໂລກກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢ່າງຄົບຖ້ວນ. ຈາກຄຳໝັ້ນສັນຍາຕ້ານ IUU, ຫວຽດນາມ ໄດ້ພັດທະນາອາຊີບຫາປາແບບຍືນຍົງ ແລະ ມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນ.
ດ່າໜັງ ມີກ່ຳປັ່ນຫາປາກວ່າ 4.100 ລຳ, ໃນນັ້ນມີເກືອບ 1.200 ແມ່ນກໍ່າປັ່ນລຳໃຫຍ່ (ພາບ: VOV)

ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການຕ້ານ IUU ຢ່າງຄົບຊຸດ ແລະ ພັດທະນາອາຊີບອາຫານແບບຍືນຍົງ, ໃນນັ້ນ ມີການຄຸ້ມຄອງການຈົດທະບຽນ, ການອອກໃບອະນຸຍາດໃຫ້ຂຸດຄົ້ນບົນຖານຂໍ້ມູນແຫ່ງຊາດ VNFishbase, ລວມມີ ການຕິດຕາມການເດີນທາງຂອງກ່ຳປັ່ນຫາປາ, ຕິດຕາມແຫຼ່ງກຳເນີດຂອງຜະລິດຕະພັນແບບອັດຕະໂນມັດ, ຕິດຕາມຢ່າງໂປ່ງໃສ ແລະ ກຽມພ້ອມເຊື່ອມຕໍ່ກັບລະບົບຕິດຕາມແຫຼ່ງກຳເນີດສາກົນ. ນອກຈາກນັ້ນແລ້ວ, ຖານຂໍ້ມູນຄວບຄຸມສິນໃນນ້ຳຂຸດຄົ້ນຈາກຕ່າງປະເທດ ທີ່ນຳເຂົ້າ ຫວຽດນາມ ກໍໄດ້ຮັບການເຊື່ອມຕໍ່ ກັບຖານຂໍ້ມູນປະຕູດຽວແຫ່ງຊາດ ເພື່ອຮັບປະກັນການຄວບຄຸມ, ສະກັດກັ້ນການນຳບັນດາຜະລິດຕະພັນສິນທະເລທີ່ລະເມີດຂໍ້ກຳນົດ IUU ເຂົ້າຕະຫຼາດ ຫວຽດນາມ ຕາມຂໍ້ກຳນົດຂອງສັນຍາວ່າດ້ວຍບັນດາມາດຕະການສຳລັບປະເທດທີ່ມີທ່າກ່ຳປັ່ນ (PSMA). ອ້າຍ ໂງວັນເວືອງ ຊາວປະມົງແຂວງ ກວ໋າງງາຍ ໃຫ້ຮູ້ວ່າ:

“ກ່ຳປັ່ນຫາປາເປີດເຄື່ອງຕິດຕາມກວດກາ ການເດີນທາງຕະຫຼອດ 24 ຊົ່ວໂມງ, ຢາກເຂົ້າທຽບທ່າຕ້ອງແຈ້ງກ່ອນ 1 ຊົ່ວໂມງ ເພື່ອຂົນຖ່າຍຜະລິດຕະພັນລົງ. ຕ້ອງແຈ້ງບັນທຶກປະຈຳວັນຢ່າງຄົບຖ້ວນ. ຖ້າບໍ່ບັນທຶກການເດີນທາງປະຈຳວັນ ຈະບໍ່ໃຫ້ຈັບຫາປາ. ຊາວປະມົງຈະບໍ່ໄດ້ລະເມີດເຂດທະເລຕ່າງປະເທດຢ່າງເດັດຂາດ”.

ທະຫານປ້ອງກັນຊາຍແດນ ຫຼີເຊີນ ໂຄສະນາກ່ຽວກັບການຈົດທະບຽນ ແລະ ຂໍ້ກຳນົດຕ່າງໆໃນການຈັບຫາປາ (ພາບ: VOV)

ຕາມກົມສິນໃນນ້ຳ ແລະ ກວດກາການປະມົງແລ້ວ, ເລື່ອງຜັນຂະຫຍາຍລະບົບຊອັບແວຕິດຕາມແຫຼ່ງກຳເນີດຂອງສິນໃນນ້ຳທີ່ຂຸດຄົ້ນໄດ້ແບບເອເລັກໂຕນິກ (Ecdt) ແມ່ນຮັບປະກັນຄວາມໂປ່ງໃສ, ບໍ່ສາມາດສໍ້ໂກງ ແລະ ສາມາດເຊື່ອມຕໍ່ກັບລະບົບຕິດຕາມເອເລັກໂຕນິກສາກົນອື່ນໆ. ທ່ານ ຫວູຢວຽນຫາຍ, ຮອງຫົວໜ້າກົມສິນໃນນ້ຳ ແລະ ກວດກາການປະມົງ (ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ) ໃຫ້ຮູ້ວ່າ:

ໄລ່ມາຮອດປັດຈຸບັນ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດເຈລະຈາກ່ຽວກັບອາຊີບຫາປາກັບ ຫວຽດນາມ ໄດ້ຕີລາຄາວ່າ ກົດໝາຍຂອງ ຫວຽດນາມ ໃນປັດຈຸບັນ ໄດ້ຮັບປະກັນການຕ້ານການຂຸດຄົ້ນ IUU ຢ່າງມີປະສິດທິຜົນ ແລະ ຍືນຍົງ. ບັນດາຂໍ້ກຳນົດກົດໝາຍຂອງ ຫວຽດນາມ ແມ່ນຄ້າຍຄືກັນ ແລະ ກົມກຽວກັບຂໍ້ກຳນົດທົ່ວໄປກ່ຽວກັບການຕ້ານການເຄື່ອນໄຫວຂຸດຄົ້ນ IUU ຂອງໂລກ ກໍຄືຂອງບັນດາປະເທດ ເຊິ່ງ ຫວຽດນາມ ມີການພົວພັນແລກປ່ຽນ, ການຄ້າສິນໃນນ້ຳກັບເຂົາເຈົ້າ”.

ໃນຂະນະນັ້ນ, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ໄດ້ສົມທົບກັບກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ປັບປຸງລະບົບເຊື່ອມຕໍ່ຂໍ້ມູນຕິດຕາມກວດກາກ່ຳປັ່ນຫາປາໃຫ້ສົມບູນແບບ, ນຳລະບົບແຈ້ງເຕືອນຂາດການເຊື່ອມຕໍ່ VMS ເຂົ້າໃຊ້ງານກ່ອນວັນທີ 30 ຕຸລາ 2025.

ເພື່ອພັດທະນາອາຊີບຫາປາຕາມທິດທັນສະໄໝ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ໄດ້ຜັນຂະຫຍາຍມາດຕະການຄົບຊຸດ. ໃນນັ້ນ, ສຸມໃສ່ 3 ມາດຕະການ, ນັ້ນແມ່ນ: ຫຼຸດຜ່ອນການຂຸດຄົ້ນ, ເພີ່ມທະວີການລ້ຽງປູກ ແລະ ອະນຸລັກຮັກສາທະເລ ເພື່ອແນໃສ່ປົກປ້ອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມທະເລ; ຍົກສູງປະສິດທິຜົນທາງດ້ານເສດຖະກິດ ແລະ ສ້າງວິທີຫາເງິນລ້ຽງຊີບທີ່ເປັນປົກກະຕິໃຫ້ແກ່ປະຊາຊົນ;  ອະນຸລັກຮັກສາຟື້ນຟູລະບົບຊີວະພາບ; ຮັບປະກັນຊີວະນາໆພັນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ... ຫວຽດນາມ ໄດ້ສ້າງຕັ້ງ 16 ເຂດອະນຸລັກຮັກສາທະເລແຫ່ງຊາດ. ທ່ານ ຮສ.ປອ ຫງວຽນຈູໂຮ່ຍ, ຮອງປະທານຜູ້ປະຈຳການສະມາຄົມສິນໃນນ້ຳ ຫວຽດນາມ, ໃຫ້ຮູ້ວ່າ:

ຖ້າຫາກຂະແໜງສິນໃນນ້ຳຢາກບືນຕົວຂຶ້ນລະດັບໂລກນັ້ນ ຕ້ອປະຕິບັດຕາມສອງທິດ. ນັ້ນແມ່ນພັດທະນາອາຊີບຫາປາແບບຍືນຍົງ ແລະ ມີຄວາມຮັບຜິດຊອບ. ໃນນັ້ນ ມາດຕະການຕົ້ນຕໍແມ່ນຟື້ນຟູການປົກປັກຮັກສາຊັບພະຍາກອນໃຫ້ເປັນຢ່າງດີ, ບັນດາເຂດອະນຸລັກຮັກສາທະເລ ໄດ້ສ້າງຕັ້ງຂຶ້ນແມ່ນແຫ່ງແຮໄວ້ຊັບພະຍາກອນທາງນ້ຳສຸດທ້າຍການຂະຫຍາຍແນວພັນສິນໃນນ້ຳຕ້ອງໄດ້ຮັບການຮັກສາ ແລະ ທະວີຄນ. ພ້ອມດຽວກັນນັ້ນ, ການຈັບຫາປາກໍຕ້ອງມີການຄັດເລືອກ, ສາມາດປິດປະຕູໃຫ້ທະເລໄດ້ພັກຜ່ອນໄລຍະໜຶ່ງ ແລະ ຜັດປ່ຽນກັນຈັບຫາປາ”.

ປັດຈຸບັນ, ຫວຽດນາມ ພວມຕັ້ງໜ້າຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ຫວຽດນາມ ພວມຢັ້ງຢືນຄວາມຕັດສິນໃຈຍົກເລີກ “ບັດເຫຼືອງ” IUU ເທື່ອລະກ້າວ; ສ້າງຂະແໜງປາທັນສະໄໝ ແລະ ຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດທະເລ ແລະ ເຊື່ອມໂຍງເຂົ້າກັບສາກົນ./.


top