ຂ່າວສານ

ຈາກຄວາມຢ້ານກົວທີ່ມິດງຽບ ໄປເຖິງໂຄງການກະທຳ: ວິວັດການຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດຂອງຄູອາຈານ, ນັກຮຽນໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ, ຝູເຖາະ

ການໃຊ້ຄວາມຮຸນແຮງທາງອິນເຕີເນັດບໍ່ແມ່ນພຽງແຕ່ຄຳເວົ້າລ້າໆ, ຫາກຍັງແມ່ນການກະທຳທາລູນ, ກໍ່ຄວາມສ່ຽງໄພເຖິງຈິດໃຈຂອງໄວໜຸ່ມຢ່າງຮ້າຍແຮງ.
ຄູ ຮ່າແອັງເຟື້ອງ ແນະນຳກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດ (ພາບ: ຄູ ຮ່າແອັງເຟື້ອງ)

ຢູ່ທ່າມກາງເຂດພູຜາທີ່ສະຫຼັບຊັບຊ້ອນຂອງແຂວງ ຝູເຖາະມີໂຮງຮຽນມັດທະຍົມຕອນປາຍພິເສດແຫ່ງໜຶ່ງມີຊື່ວ່າ ເຮືອງເກິ່ນເຊິ່ງເປັນໂຮງຮຽນທີ່ມີນັກຮຽນກວ່າ 80% ແມ່ນລູກຫຼານຊາວເຜົ່າສ່ວນໜ້ອຍ. ຢູ່ແຫ່ງນີ້ການຮ່ຳຮຽນ ແລະ ເຂົ້າເຖິງໂລກພາຍນອກ ຍາມໃດກໍ່ໄປພ້ອມກັບສິ່ງທ້າທາຍຫຼາຍຢ່າງ. ແຕ່ຢູ່ເຂດດິນແດນແຫ່ງນີ້ຄູ ຮ່າແອັງເຟື້ອງ - ຜູ້ທີ່ເຄີຍ່ວຍໃຫ້ນັກຮຽນຂອງຕົນຜ່ານຜ່າຮົ້ວກີດຂວາງດ້ານພາສາ ອັງກິດ ດ້ວຍຮູບແບບໂຮງຮຽນບໍ່ມີພົມແດນນັ້ນ ສືບຕໍ່ປະເຊີນໜ້າກັບຄວາມຂົ່ມຂູ່ທີ່ ເຕັມໄປດ້ວຍຄວາມອັນຕະາຍ: ການໃຊ້ຄວາມຮຸນແຮງທາງອິນເຕີເນັດ.

ໂຄງການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດໄດ້ສ້າງຂຶ້ນຈາກບັນດາເລື່ອງລາວທີ່ຫຼອກຫຼອນ ແລະ ພຶດຕິກຳຕົວຈິງທີ່ພວກນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ແລະ ໝູ່ເພື່ອນລຸ້ນດຽວກັນຢູ່ພາກພື້ນ, ຄື: ໄທ, ຟີລິບປິນ, ບຣູໄນ, ອິນເດຍ, ບັງກະລາເທດໄດ້ປະສົບ… ພິເສດແມ່ນໃນໄລຍະເກີດໂລກພະຍາດໂຄວິດ 19, ການຮໍ່າຮຽນຜ່ານອິນເຕີເນັດໄດ້ກາຍເປັນການຮ່ຳຮຽນຕົ້ນຕໍ. ກໍ່ນັບແຕ່ນັ້ນມາ, ພວກນ້ອງນັກຮຽນໄດ້ສຳຜັດເລິກກວ່າກັບສະພາບແວດລ້ອມອິນເຕີເນັດທີ່ສັບສົນ ແລະ ຕ້ອງປະເຊີນໜ້າກັບແຮ້ວທີ່ຄາດເດົາໄດ້ຍາກ.

ບໍ່ຮູ້ວ່າດ້ວຍວິທີໃດຜູ້ບໍ່ລິ້ງເຄີຍຄົນໜຶ່ງໄດ້ມີລະຫັດຜ່ານ Instagram ຂອງນ້ອງ ແລະ ອັບບັນດາເນື້ອໃນສຳລັບລ້ນອາຍຸ 18+ ອັນໄດ້ທຳລາຍຊື່ສຽງຂອງນ້ອງ. ໃນກ່ອງຈົດໝາຍຂອງນ້ອງເຕັມໄປດ້ວຍຂໍ້ຄວາມດູໝິ່ນ ແລະ ຄຳເວົ້າບໍ່ດີອື່ນອີກ. ພາໃຫ້ ນ້ອງຮູ້ສຶກຕຶງຄຽດ ແລະ ເບື່ອນ່າຍຕໍ່ທຸກສິ່ງທຸກຢ່າງທີ່ເກີດຂຶ້ນ”.

“ມີເທື່ອໜຶ່ງຜູ້ຊາຍບໍ່ລື້ງຄົນໜຶ່ງໄດ້ໂທຫານ້ອງ ແລະ ໂທມາຫຼາຍເທື່ອຢ່າງລຽດຕິດ. ນ້ອຮູ້ສຶກເມື່ອຍຫຼາຍ, ຈຶ່ງຮັບສາຍ ແລະ ລາວເລີ່ມຍົກບັນດາຄຳຖາມແບບໂລໆເລໆຄື: ນ້ອງນຸ່ງອີຫຍັງນ້ອງພວມຢູ່ໃສມີແຟນແລ້ວບໍ່ອ້າຍໄປເຮືອນນ້ອງໄດ້ບໍ່ຫຼັງຈາກນັ້ນນ້ອງໄດ້ປິດກັ້ນເບີໂທນັ້ນໄວ້. ແຕ່ລາວສືບຕໍ່ໂທຫານ້ອງດ້ວຍເບີໂທອື່ນ. ມີເພື່ອນບາງຄົນຂອງນ້ອງ ກໍ່ໄດ້ຮັບສາຍໂທມາຄືແນວນັ້ນ”.

ນັ້ນແມ່ນບັນດາເລື່ອງລາວທີ່ຊີ້ໃຫ້ເຫັນວ່າ ການໃຊ້ຄວາມຮຸນແຮງທາງອິນເຕີເນັດບໍ່ແມ່ນພຽງແຕ່ຄຳເວົ້າລ້າໆ, ຫາກຍັງແມ່ນການກະທຳທາລູນ, ກໍ່ຄວາມສ່ຽງໄພເຖິງຈິດໃຈຂອງໄວໜຸ່ມຢ່າງຮ້າຍແຮງ. ຕໍ່ໜ້າສະພາບການນັ້ນ, ຄູ ເຟື້ອງ ແລະ ນັກຮຽນຢູ່ໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ໄດ້ປ່ຽນຄວາມຢ້ານກົວນັ້ນ ເປັນການກະທຳ.

“ຄູ ແລະ ນັກຮຽນພວກຂ້າພະເຈົ້າໄດ້ພ້ອມກັນຕັດສິນໃຈປະຕິບັດໂຄງການປ້ອງກັນຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດ. ດ້ວຍຄວາມຫວັງແມ່ນເຮັດແນວໃດເພື່ອໃຫ້ພວກນ້ອງນັກຮຽນມີຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບອິນເຕີເນັດໃຫ້ພວກນ້ອງ. ນີ້ກໍ່ແມ່ນໂຄງການທີ່ຂ້າພະເຈົ້າໄດ້ສຸມຈິດສຸມໃຈທີ່ສຸດ. ຂ້າພະເຈົ້າໄດ້ຮັບການໜູນຊ່ວຍຈາກສະຖານທູດ ໄທ. ຈາກນັ້ນຂ້າພະເຈົ້າກໍ່ມີໂອກາດໄດ້ເປີດກວ້າງອອກສູ່ປະຊາຄົມບັນດາຄູອາຈານ ແລະ ພວກນ້ອງນັກຮຽນຢູ່ ໄທ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້”.

ໂຄງການໄດ້ຈັດບັນດາກອງປະຊຸມສຳມະນາສາກົນ ດ້ວຍການເຂົ້າຮ່ວມຂອງບັນດານັກຊ່ຽວຊານທີ່ມີຊື່ສຽງດ້ານເຄືອຂ່າຍອິນເຕີເນັດ ແລະ ນັກປະຖະກະຖາມາຈາກ 4 ທະວີບ. ໂຮງຮຽນມັດທະຍົມຕອນປາຍກວ່າ 50 ແຫ່ງຢູ່ ຫວຽດນາມ ແລະ 21 ປະເທດໄດ້ຮ່ວມແຮງຮ່ວມໃຈ, ສ້າງເປັນເຄືອຂ່າຍແບ່ງປັນ ແລະ ໜູນຊ່ວຍຢ່າງກວ້າງຂວາງ. ດ້ວຍການໜູນຊ່ວຍຂອງ ຄູ ເຟື້ອງ ແລະ ນັກຊ່ຽວຊານດ້ານເຕັກໂນໂລຊີ, ພວກນ້ອງນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ເຮືອງເກິ່ນ ໄດ້ປະດິດອອກ AI Chatbot - ເຄື່ອງມືຮັບເອົາຂໍ້ມູນ ແລະ ໃຫ້ຄຳປຶກສາແກ່ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງອິນເຕີເນັດແບບອັດຕະໂນມັດ. ພາຍຫຼັງໄລຍະໜຶ່ງ, chatbot ໄດ້ໜູນຊ່ວຍກວ່າ 2.500 ກໍລະນີ, ໃນນັ້ນ ມີເພື່ອນຫຼາຍຄົນທີ່ມາຈາກບັນດາປະເທດ ອາຊຽນ.

ນອກຈາກເຂົ້າຮ່ວມກອງປະຊຸມສຳມະນາ ແລະ ໂຄສະນາກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງທາງອິນເຕີເນັດແລ້ວ, ໂຄງການຍັງເຊື່ອມຕໍ່ນັກຮຽນ ໄທ ແລະ ຫວຽດນາມ ຜ່ານການບັນລະຍາຍແລກປ່ຽນທັດສະນະກ່ຽວກັບການໃຊ້ຄວາມຮຸນແຮງທາງອິນເຕິເນັດອີກດ້ວຍ. ທ່ານ ໂດ້ແທັງ, ຮອງຫົວໜ້າພະແນກສຶກສາ ແລະ ບຳລຸງສ້າງ ແຂວງ ຝູເຖາະ, ໃຫ້ຮູ້ວ່າ:

“ການ ສຶກ ສາເພື່ອໃຫ້ ນັກ ຮຽນ ມີ ສະ ຕິ ກ່ຽວ ກັບການນຳ ໃຊ້ ແລະ ຂ ຸດ ຄົ້ນ ອິນ ເຕີ ເນັດ ຢ່າງເໝາະສົມ ແລະຖືກຕ້ອງ, ນັ້ນ ແມ່ນ ຄວາມ ຮຽກ ຮ້ອງ ທີ່ ສຳ ຄັນ  ແລະ ຈຳ ເປັນຊ່ວຍ ໃຫ້ ພວກ ນ້ອງ ນັກ ຮຽນ ມີ ຄວາມ ຮູ້ ເພື່ອ ປ້ອງ ກັນ ຕົວເອງ. ໂຄງ ການ ຮ່ວມ ມື ລະ ຫວ່າງ ຫວຽດ ນາມ ແລະ ໄທ ກ່ຽວ ກັບ ການ ສຶກ ສາຊາວໜຸ່ມເຍົ  ວະ ຊົນ  ແມ່ນ ໂອ ກາດ ອັນ ລ້ຳຄ່າເພື່ອໃຫ້ພວກນ້ອງນັກ ຮຽນ ທັງ 2 ປະ ເທດໄດ້ ເຂົ້າ ຮ່ວມ ການຮ່ຳຮຽນ ແລະ ພ້ອມ ກັບ ເຕີບ ໃຫຍ່”.

ນີ້ແມ່ນຫຼັກຖານພະຍານພິສູດໃຫ້ເຫັນຄວາມຍືນຍົງຂອງໂຄງການສຶກສາ, ບໍ່ພຽງແຕ່ຊ່ວຍໃຫ້ນັກຮຽນສາມາດປ້ອງກັນຕົນເອງໄດ້ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງປະຊາຄົມອິນເຕີເນັດສີວິໄລ, ປອດໄພ - ເປັນແຫ່ງທີ່ທຸກຄົນໄດ້ຮັບຄວາມເຄົາລົບ ແລະ ແບ່ງປັນ.


top