ຂ່າວສານ

ຈັດ​ແບ່ງ​ເງິນ​ຈຳ​ນວນ 150 ຕື້​ດົ່ງ​ໃຫ້​ແກ່ 4 ແຂວງ​ແຄັງ​ຮ​ວ່າ, ດັກ​ລັກ, ຢາ​ລາຍ ແລະ ເລີມ​ດົ່ງ

ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ໄດ້ຈັດແບ່ງເງິນຈຳນວນ 150 ຕື້ດົ່ງ (6 ລ້ານ USD) ໃຫ້ແກ່ 4 ແຂວງ: ແຄັງຮວ່າ, ດັກລັກ, ຢາລາຍ ແລະ ເລີມດົງ.
ສູນກາງໄດ້ຈັດແບ່ງຈຳນວນເງິນ 50 ຕື້ດົ່ງ ໃຫ້ແກ່ແຂວງ ດັກລັກ (ພາບ: baodaklak.vn)
ຕໍ່ໜ້າບັນດາຜົນເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກນ້ຳຖ້ວມກໍ່ຂຶ້ນສຳລັບບັນດາແຂວງຄື ແຄັງຮວ່າ, ດັກລັກ, ຢາລາຍ ແລະ ເລີມດົ່ງ, ວັນທີ 29 ພະຈິກ, ຄະນະຂົນຂວາຍກອບກູ້ສູນກາງ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສືບຕໍ່ໄດ້ຈັດແບ່ງເງິນຈຳນວນ 150 ຕື້ດົ່ງ (6 ລ້ານ USD) ໃຫ້ແກ່ 4 ແຂວງ: ແຄັງຮວ່າ, ດັກລັກ, ຢາລາຍ ແລະ ເລີມດົງ. ຕາມນັ້ນແລ້ວ, ຄະນະຂົນຂວາຍການກອບກູ້ສູນກາງໄດ້ຈັດແບ່ງຈຳນວນເງິນ 50 ຕື້ດົ່ງ ໃຫ້ແກ່ແຂວງ ດັກລັກ; ແຂວງ ແຄັງຮວ່າ 40 ຕື້ດົ່ງ; ຢາລາຍ   30 ຕື້ດົ່ງ; ເລິມດົ່ງ 30 ຕື້ດົ່ງ. ດັ່ງນັ້ນ, ໄລ່ມາຮອດປັດຈຸບັນ, ຄະນະຂົນຂວາຍການກອບກູ້ສູນກາງໄດ້ຈັດແບ່ງເງິນຈຳນວນ 275 ຕື້ດົ່ງໃຫ້ແກ່ 4 ແຂວງດັ່ງກ່າວ.

top