ຂ່າວສານ

ຈັດ​ວັນ​ບຸນ​ປະ​ກາດ​ການ​ເຄື່ອນ​ໄຫວ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ​ຂັ້ນ ໃນ​ວັນ​ທີ 30 ມິ​ຖຸ​ນາ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງການຊີ້ນຳໂດຍກົງ ການສຳຫຼວດກວດກາ, ຮີບດ່ວນປະກາດໃຊ້ບັນດາເອກະສານທີ່ກ່ຽວຂ້ອງເຖິງການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນຄ່ຳວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມເຊື່ອມຊືມຜັນຂະຫຍາຍການຊີ້ນຳຂອງ ກົມການເມືອງ, ຄະນະເລຂາ, ແລະ ທ່ານເລຂາທິການໃຫຍ່ໂຕເລິມ ກ່ຽວກັບບັນດາໜ້າທີ່ຈຸດສຸມຜັນຂະຫຍາຍຮູບແບບການຈັດຕັ້ງ ອຳນາດການປົກຄອງທ້ອງຖ້ນ 2 ຂັ້ນ.

ຢູ່ກອງປະຊູມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງການຊີ້ນຳໂດຍກົງ ການສຳຫຼວດກວດກາ, ຮີບດ່ວນປະກາດໃຊ້ບັນດາເອກະສານທີ່ກ່ຽວຂ້ອງເຖິງການແບ່ງຂັ້ນ, ແບ່ງອຳນາດ, ແບ່ງສິດອຳນາດ; ແນະນຳການປະຕິບັດລະບຽບການບໍລິຫານ, ແບບຟອມ, ເອກະສານຂຶ້ນກັບຂົງເຂດຄຸ້ມຄອງເພື່ອຮັບປະກັນວ່າອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ຈະເຂົ້າເຄື່ອນໄຫວຢ່າງສະດວກ, ບໍ່ມີບ່ອນຫວ່າງດ້ານນິຕິກຳ, ບໍ່ຖືກສັບຊ້ອນກັນ. ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ:

ມາຮອດວັນທີ 30 ມິຖຸນາ 2025 ມີ 100%ການປະຕິບັດລະບຽບການບໍລິຫານຂຶ້ນກັບຂັ້ນມີສິດອຳນາດແກ້ໄຂຂອງບັນດາກະຊວງ, ຂະແໜງການໄດ້ຄົບຊຸດເປັນເອກະພາບ ບົນບັນດາລະບົບຖະແຫຼງຂ່າວແກ້ໄຂລະບຽບການບໍລິຫານຂັ້ນກະຊວງ, ຂັ້ນແຂວງ. 100% ທ້ອງຖິ່ນໄດ້ປະຕິບັດສຳເລັດການຄັດເລືອກ, ສ້າງໂຄງປະກອບ, ຍົກລະດັບ ແລະ ເຊື່ອມຕໍ່, ສະສົມລະບົບຖະແຫຼງຂ່າວແກ້ໄຂລະບຽບການບໍລິຫານຂັ້ນກະຊວງ, ຂັ້ນແຂວງ ກັບຖານຂໍ້ມູນການບໍລິການສາທາລະນະແຫ່ງຊາດ.


top