ຂ່າວສານ

ຈັດກິດ​ຈະ​ກຳ​ຕ້ອນ​ຮັບ​ປີ​ໃໝ່​ ໃຫ້​ແກ່​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ງານຕະຫຼາດນັດລະດູບານໃໝ່ປີ 2025 ມີທັງໝົດ 6 ຮ້ານ. ຄົນເຈັບແຕ່ລະຄົນທີ່ພວມປິ່ນປົ່ວຢູ່ໂຮງໝໍໄດ້ຮັບບັດຊື້ເຄື່ອງໂດຍບໍ່ເສຍຄ່າ 1 ບັດ.
ຄະນະຈັດຕັ້ງມອບຂອງຂວັນໃຫ້ແກ່ເດັກຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ບິ່ງຖຸຍ, ນະຄອນ ເກີ່ນເທີ (ພາບ: TTXVN)

ຕອນບ່າຍວັນທີ 15 ມັງກອນ, ຢູ່ແຂວງ ຕວຽນກວາງ, ໂຮງໝໍຫຼາຍຂະແໜງແຂວງ ຕວຽນກວາງ ໄດ້ຈັດງານຕະຫຼາດລະດູບານໃໝ່ ດ້ວຍຫົວຂໍ້ “ງານຕະຫຼາດລະດູບານໃໝ່ແຫ່ງຄວາມຜູກພັນ, ບຸນປີໃໝ່ແຫ່ງຄວາມຮັກແພງ ໃຫ້ແກ່ຄົນເຈັບ” ຊຶ່ງໄດ້ດຶງດູດຜູ້ເຂົ້າຮ່ວມ ລວມມີຄົນເຈັບ ແລະ ຍາດພີ່ນ້ອງກວ່າ 1.000 ຄົນ. ງານຕະຫຼາດນັດລະດູບານໃໝ່ປີ 2025 ມີທັງໝົດ 6 ຮ້ານ. ຄົນເຈັບແຕ່ລະຄົນທີ່ພວມປິ່ນປົ່ວຢູ່ໂຮງໝໍໄດ້ຮັບບັດຊື້ເຄື່ອງໂດຍບໍ່ເສຍຄ່າ 1 ບັດ.

ກໍໃນຕອນບ່າຍວັນທີ 15 ມັງກອນ, ຄະນະຊາວໜຸ່ມນະຄອນ ເກິ່ນເທີ ກໍ່ໄດ້ຈັດລາຍການ “ຮອຍຍິ້ມລະດູບານໃໝ່” ເພື່ອແນໃສ່ເບິ່ງແຍງດູແລໃຫ້ແກ່ລູກຫຼານ, ນ້ອງຊາວໜຸ່ມກຳມະກອນທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ. ຄະນະຈັດຕັ້ງໄດ້ມອບຂອງຂວັນຈຳນວນ 300 ພູດໃຫ້ແກ່ພວກນ້ອງ.

ຢູ່ເມືອງ ທວ້າຍເຊີນ, ແຂວງ ອານຢາງ, ຕອນບ່າຍວັນທີ 15 ມັງກອນ, ສະຫະພັນແຮງງານແຂວງ ອານຢາງ ໄດ້ຈັດລາຍການ “ບຸນປີໃໝ່ແຫ່ງການເຕົ້າໂຮມ - ຕ້ອນຮັບລະດູບານໃໝ່ສະແດງຄວາມຮູ້ບຸນຄຸນຕໍ່ພັກ” ເບິ່ງແດງດູແລໃຫ້ແກ່ສະມາຊິກກຳມະບານ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເຊິ່ງພວມເຮັດວຽກຢູ່ບໍລິສັດ ຫຸ້ນສ່ວນ TBS ອານຢາງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເສັງ 2025.

 

top