ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.
ລາຍການສະແດງສິລະປະພິເສດ “ກວາງນິງ ຮ່ວມແຮງຮ່ວມໃຈ, ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນຄົງເຂັ້ມແຂງ” (ພາບ: nhandan.vn)
ຕອນຄ່ຳວັນທີ 01 ກໍລະກົດ, ຢູ່ແຂວງ ກວາງນິງ ໄດ້ຈັດລາຍການສະແດງສິລະປະພິເສດ “ກວາງນິງ ຮ່ວມແຮງຮ່ວມໃຈ, ກ້າວເຂົ້າສູ່ອະນາຄົດຢ່າງໝັ້ນຄົງເຂັ້ມແຂງ” ເນື່ອງໃນໂອກາດປະກາດບັນດາມະຕິ, ຂໍ້ຕົກລົງຂອງສູນກາງ ແລະ ຂອງແຂວງກ່ຽວກັບການປະຕິບັດຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ. ລາຍການສະແດງສິລະປະໄດ້ຢັ້ງຢືນບົດບາດ, ທີ່ຕັ້ງ, ຂອບຂະໜາດໃໝ່ຂອງ ກວາງນິງ ໃນວິວັດທະນາການພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ.
ເຂົ້າຮ່ວມລາຍການ, ເອື້ອຍ ດ່າວທິລານ (ຢູ່ແຂວງ ກວາງນິງ), ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນກ່ຽວກັບອຳນາດການປົກຄອງ 2 ຂັ້ນ. ໃນມື້ນີ້ໄດ້ຮັບຊົມການຍິງບັ້ງໄຟດອກແມ່ນພາກພູມໃຈຫຼາຍ. 2 – 3 ມື້ນີ້, ບັນຍາກາດແມ່ນເບີກບ່ານມ່ວນຊື່ທີ່ສຸດ. ອຳນາດການປົກຄອງ 2 ຂັ້ນລ້ວນແຕ່ມຸ່ງໄປເຖິງເປົ້າໝາຍແມ່ນຊ່ວຍໃຫ້ປະຊາຊົນກ້າວຂຶ້ນ, ການດຳລົງຊີວິດຂອງປະຊາຊົນຈະມີສະຖຽນລະພາບ”.
ແລະກໍ່ໃນຕອນຄ່ຳວັນທີ 01 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ເລິມດົ່ງ ມິດຈິດມິດໃຈ, ບືນຕົວຂຶ້ນສ້າງອະນາຄົດແສງສະຫວ່າງ” ເພື່ອຕ້ອນຮັບການສ້າງຕັ້ງແຂວງ ເລິມດົ່ງໃໝ່ (ເລິມດົ່ງ, ບິ່ງທ້ວນ ແລະ ດັກນົງ).