ຂ່າວສານ

ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​, ການ​ບໍ​ລິ​ການເລີ່ມ​ຕົ້ນ​ທຸ​ລະ​ກິດ​ປະ​ດິດ​ຄິດ​ສ້າງ​ປີ 2024

ຕອນບ່າຍວັນທີ 26 ພະຈິກ, ຢູ່ນະຄອນ ຫາຍຟ່ອງ, ໄດ້ດຳເນີນພິທີໄຂງານວາງສະແດງບັນດາຜະລິດຕະພັນ, ການບໍລິການເລີ່ມຕົ້ນທຸລະກິດປະດິດຄິດສ້າງ ຫວຽດນາມ ປີ 2024.
ພິທີໄຂ TECHFEST VIETNAM 2024 (ພາບ: haiphong.gov.vn)

ນີ້ແມ່ນເຫດການນອນໃນລະບົບການເຄື່ອນໄຫວວັນບຸນເລີ່ມຕົ້ນທຸລະກິດປະດິດຄິດສ້າງແຫ່ງຊາດ TECHFEST VIETNAM 2024.

ງານວາງສະແດງລວມມີຮ້ານວາງສະແດງກວ່າ 200 ຮ້ານຂອງບັນດາວິສາຫະກິດເລີ່ມຕົ້ນທຸລະກິດໃນຂົງເຂດເຕັກໂນໂລຢີ ແລະ ກວ່າ 100 ຮ້ານແນະນຳຜະລິດຕະພັນປະດິດຄິດສ້າງຂອງບັນດາທ້ອງຖິ່ນໃນທົ່ວປະເທດ. ງານວາງສະແດງກໍດຶງດູດການເຂົ້າຮ່ວມຂອງບັນດາປະເທດດ້ວຍຮ້ານວາງສະແດງກວ່າ 40 ຮ້ານ, ອັນໄດ້ຢັ້ງຢືນການຮ່ວມມື, ຖ່າຍທອດເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ສາກົນ. ຕາມທ່ານ ຮວ່າງມິງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ບັນດາຮ້ານວາງສະແດງຢູ່ Techfest ປີນີ້ ໄດ້ຍົກສູງກ່ຽວກັບຈຳນວນ ແລະ ຄຸນນະພາບ. ບັນດາຜະລິດຕະພັນທີ່ນຳມາວາງສະແດງໄດ້ສຸມໃສ່ຫຼາຍຂົງເຂດ, ໃນນັ້ນ ມີບັນດາຂົງເຂດພວມເປັນທ່າອ່ຽງຂອງຕະຫຼາດ.


top