ຂ່າວສານ

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ.
  ພິທີກຳຖະຫວາຍທັນສະຫານ, ນ້ຳ ເຂົ້າວິຫານເຈິ່ນເທືອງ (ພາບ: TTXVN)  
ຕອນຄ່ຳວັນທີ 2 ມີນາ (ກົງກັບວັນທີ 14 ເດືອນຈຽງປີມະເມຍ ໄລ່ຕາມຈັນທະປະຕິທິນ), ວັນບຸນ ແຈກຢາຍທັນສະຫານ ດຶກແທັ້ງເຈິ່ນ ຢູ້ວິຫານ ເຈິ່ນເທືອງ ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານເຈິ່ນເທືອງ, ຕາແສງ ເຈິ່ນຮຶງດ້າວ (ແຂວງນິງບິ່ງ). ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ. ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ - ວັດນະທະທຳແຫ່ງຊາດ ພິເສດວິຫານເຈິ່ນ - ວັດທາບ, ເມືອງນາມດິ້ງ, ແຂວງນິງບິ່ງໄດ້ດຳເນີນງານບຸນເປີດປະທັບຕາ ວິຫານເຈິ່ນລະດູບານໃໝ່ປີມະເມຍ 2026.

top