ງານບຸນໝູ່ບ້ານ ເຢືອງໂໜ້ ປີ 2026 ດ້ວຍຫົວຂໍ້ “ເຢືອງໂໜ້ - ວິວັດການເດືອນພຶດສະພາ” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 14 ພຶດສະພາ. ໝູ່ບ້ານ ເຢືອງໂໜ້ ຢູ່ນະຄອນ ເຫວ້ ແມ່ນບ່ອນທີ່ປະທານ ໂຮ່ຈີມິນ ເຄີຍດຳລົງຊີວິດ ແລະ ຮ່ຳຮຽນໃນຄາວເຍົາໄວ.
ພິທີແຫ່ ແລະ ຖະຫວາຍດອກບົວປະທານ ໂຮ່ຈີມິນ
ງານບຸນດັ່ງກ່າວໂດຍພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້ ຈັດຂຶ້ນ, ແມ່ນໜຶ່ງໃນບັນດາກິດຈະກຳສະເຫຼີມສະຫຼອງວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ Festival ລະດູຮ້ອນປີ 2026. ງານບຸນໄດ້ດໍາເນີນແຕ່ວັນທີ 14 – 16 ພຶດສະພາ ຢູ່ເຂດໃຈກາງໝູ່ບ້ານ ເຢືອງໂໜ້, ດ້ວຍຫຼາຍກິດຈະກຳທີ່ອຸດົມສົມບູນ, ລວມມີ: ພິທີແຫ່ ແລະ ຖະຫວາຍດອກບົວ ປະທານ ໂຮ່ຈີມິນ, ລາຍການສະແດງສິລະປະ, ພິທີຕັ້ງນາມສະກຸນ ໂຮ່ ຂອງພໍ່ແມ່ພີ່ນ້ອງທາງທິດຕາເວັນຕົກ ນະຄອນ ເຫວ້, ການແນະນຳອາຊີບຕໍ່າຫູກທໍໄໝ ແຢງອາເຫຼືອຍ, ສິລະປະຂັບ ບ່າຍຈ່ອຍ, ອາຫານການກິນພື້ນເມືອງ… ບັນຍາກາດຂອງງານບຸນໄດ້ວາດພາບຄືນບັນດາຈຸດຄວາມງາມທາງດ້ານວັດທະນະທຳເຂດບ້ານນາ ເຫວ້ ຢ່າງມີຊີວິດຊີວາ, ສ້າງເງື່ອນໄຂເພື່ອໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ສຳຜັດກັບບັນດາຄວາມຊົງຈຳທີ່ເຕັມໄປດ້ວຍຄວາມຮູ້ສຶກ, ບ່ອນທີ່ປະຫວັດສາດ ແລະ ປັດຈຸບັນໄດ້ປະສານກັນ.
ການສະແດງສິລະປະໃນພິທີໄຂງານບຸນ
ທ່ານ ຟານແທັງຫາຍ, ຫົວໜ້າພະແນກວັດທະນະທຳ ແລະ ກິລານະຄອນ ເຫວ້ ໃຫ້ຮູ້ວ່າ:
“ບັນດາກິດຈະກຳທີ່ອຸດົມສົມບູນຂອງງານບຸນຖືກຈັດຂຶ້ນຢ່າງລອບຄອບຖີ່ຖ້ວນ, ດຶງດູດໃຈຜູ້ຊົມ, ສ້າງເປັນຮູບພາບວັດທະນະທຳທີ່ມີຊີວິດຊີວາ ແລະ ຫຼາກຫຼາຍສີສັນ. ເມື່ອເຂົ້າຮ່ວມງານບຸນ, ພໍ່ແມ່ປະຊາຊົນ ແລະ ແຂກທ່ອງທ່ຽວ ບໍ່ພຽງແຕ່ໄດ້ຫວນຄືນບັນຍາກາດວັດທະນະທຳທີ່ເປັນມູນເຊື້ອຂອງເຂດບ້ານນາ ເຫວ້ ເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕົວເຂົ້າກັບຄວາມຊົງຈຳທີ່ສັກສິດ, ບ່ອນທີ່ປະຫວັດສາດ ແລະ ປັດຈຸບັນໄດ້ຮັບການປະສົມປະສານເຂົ້າກັນອີກດ້ວຍ”.