VIETLAO EXPO 2026 ມີ 250 ຮ້ານວາງສະແດງທີ່ບັນລຸມາດຖານ, ໃນນັ້ນມີ 120 ຮ້ານວາງສະແດງຂອງເກືອບ 80 ວິສາຫະກິດ ເຊິ່ງແນະນຳບັນດາຜະລິດຕະພັນທີ່ມີຄຸນນະພາບ, ມີຊື່ສຽງທີ່ໜ້າເຊື່ອຖືຂອງ ຫວຽດນາມ ຂຶ້ນກັບບັນດາຂະແໜງຄື: ການຢາ ແລະ ວັດຖຸອຸປະກອນການແພດ; ກະສິກຳ - ເຄື່ອງປ່າຂອງດົງ - ສິນໃນນ້ຳ ແລະ ການປຸງແຕ່ງສະບຽງອາຫານ, ເຄິ່ງຕັດຫຍິບ - ແຟຊັ່ນ…
ງານຕະຫຼາດນັດ ການຄ້າ ຫວຽດນາມ ລາວ 2026 (VIETLAO EXPO 2026) ຈະດຳເນີນແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ. ງານຕະຫຼາດນັດແມ່ນເຫດການສົ່ງເສີມການຄ້າ ທີ່ມີຂອບຂະໜາດໃຫຍ່ທີ່ສຸດຂອງ ຫວຽດນາມ ທີ່ໄດ້ຈັດຂຶ້ນຢູ່ຕະຫຼາດລາວ ນັບແຕ່ປີ 2007.

ຕາມທ່ານນາງ ເຈິ່ນທິຕູແອັງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳລາວແລ້ວ, ຄະນະວິສາຫະກິດ ຫວຽດນາມ ທີ່ເຂົ້າຮ່ວມງານຕະຫຼາດນັດປີນີ້ມຸ່ງໄປເຖິງເປົ້າໝາຍ: ໂຄສະນາພາບພົດປະເທດຊາດ ແລະ ວິສາຫະກິດ ຫວຽດນາມ; ຊຸກຍູ້ການສົ່ງອອກ, ເປີດກວ້າງເຄືອຂ່າຍຊົມໃຊ້ສິນຄ້າຂອງ ຫວຽດນາມ ເຂົ້າຕະຫຼາດລາວ ແລະ ເຂດຕາເວັນອອກສ່ຽງເໜືອໄທ; ສ້າງສະພາບແວດລ້ອມເພື່ອແນະນຳຄວາມສາມາດບົ່ມຊ້ອນ, ທ່າແຮງຂອງວິສາຫະກິດໃນບັນດາຂະແໜງເສດຖະກິດຂອງ ຫວຽດນາມ.