ວັດທະນະທຳ

ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງ ດິນແດນ, ໜຶ່ງ ປະເທດຊາດ” ຂອງນັກຂ່າວ ເລມິງ ຢູ່ ປະເທດ ຝຣັ່ງ

ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງດິນແດນ, ໜຶ່ງປະເທດຊາດ” ໄດ້ນຳສະເໜີ 45 ຜົນງານຂອງນັກຂ່າວ ເລວັນມິງ, ຫົວໜ້າຫ້ອງການຕາງໜ້າ ວາລະສານຂ່າວພາບ ຫວຽດນາມ ປະຈຳ ນະ ຄອນໂຮ່ຈີມິນ. ງານວາງສະແດງ ຈັດຂຶ້ນຢູ່ ສູນວັດທະນະທຳ ແລະ ສິລະປະ (ເລກທີ 52 Avenue Paul Alduy), ນະຄອນ Perpignan (ປະເທດ ຝຣັ່ງ), ເຊິ່ງໄດ້ນຳມາໃຫ້ມວນຊົນ ມຸມມອງ ທີ່ແທ້ຈິງ ກ່ຽວກັບຄວາມງາມ ຂອງທຳມະຊາດ, ຊີວິດການເປັນຢູ່ ຂອງຜູ້ຄົນ ແລະ ຈັງຫວະການພັດທະນາ ຂອງ ຫວຽດນາມ.
ແຂກມາຢ້ຽມຊົມ ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງ ດິນແດນ, ໜຶ່ງ ປະເທດຊາດ” ເຊິ່ງແນະນຳ 45 ຜົນງານ ຂອງນັກຂ່າວ ເລມິງ, ຫົວໜ້າຫ້ອງການຜູ້ຕາງໜ້າ ວາລະສານ ຂ່າວພາບ ຫວຽດນາມ (VNP) ຢູ່ ນະຄອນ ໂຮ່ຈີມິນ. ງານວາງສະແດງ ໄດ້ຈັດຂຶ້ນຢູ່ ຫໍວັດທະນະທຳ ແລະ ສິລະປະ (52 Avenue Paul Alduy), ນະຄອນ Perpignan (ປະເທດຝຣັ່ງ). ພາບ: ເລມິງເຊີນ

ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງດິນແດນ, ໜຶ່ງປະເທດຊາດ” ໄດ້ນຳສະເໜີ 45 ຜົນງານຂອງນັກຂ່າວ ເລວັນມິງ, ຫົວໜ້າຫ້ອງການຕາງໜ້າ ວາລະສານຂ່າວພາບ ຫວຽດນາມ ປະຈຳ ນະ ຄອນໂຮ່ຈີມິນ. ງານວາງສະແດງ ຈັດຂຶ້ນຢູ່ ສູນວັດທະນະທຳ ແລະ ສິລະປະ (ເລກທີ 52 Avenue Paul Alduy), ນະຄອນ Perpignan (ປະເທດ ຝຣັ່ງ), ເຊິ່ງໄດ້ນຳມາໃຫ້ມວນຊົນ ມຸມມອງ ທີ່ແທ້ຈິງ ກ່ຽວກັບຄວາມງາມ ຂອງທຳມະຊາດ, ຊີວິດການເປັນຢູ່ ຂອງຜູ້ຄົນ ແລະ ຈັງຫວະການພັດທະນາ ຂອງ ຫວຽດນາມ.

 

ນັກຂ່າວ ເລວັນມິງ ໄດ້ເລີ່ມຕົ້ນອາຊີບນັກຂ່າວ ໃນຖານະນັກຖ່າຍ ຮູບ ຢູ່ວາລະສານຂ່າວພາບ ຫວຽດນາມ ຕັ້ງແຕ່ປີ 2006. ຕະຫຼອດ ໄລຍະ 20 ປີ ແຫ່ງການເປັນຊ່າງພາບ, ທ່ານ ໄດ້ເດີນທາງ ຜ່ານດິນແດນຫຼາຍແຫ່ງ ໃນທົ່ວປະເທດ ຫວຽດນາມ, ນັບຕັ້ງແຕ່ ບັນດາໝູ່ບ້ານ ຢູ່ເຂດພູດອຍທາງ ພາກເໜືອ, ພາກກາງ ທີ່ເຕັມໄປດ້ວຍແສງແດດ ແລະ ສາຍລົມ, ໄປຈົນເຖິງ ເຂດທົ່ງພຽງແມ່ນ້ຳຂອງ ແລະ ບັນດາເກາະດອນທີ່ຫ່າງໄກສອກຫຼີກ.


 

ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງດິນແດນ, ໜຶ່ງປະເທດຊາດ” ໄດ້ນຳສະເໜີ 45 ຜົນງານຂອງນັກຂ່າວ ເລວັນມິງ, ຫົວໜ້າຫ້ອງການຕາງໜ້າ ວາລະສານຂ່າວພາບ ຫວຽດນາມ ປະຈຳ ນະ ຄອນໂຮ່ຈີມິນ. ງານວາງສະແດງ ຈັດຂຶ້ນຢູ່ ສູນວັດທະນະທຳ ແລະ ສິລະປະ (ເລກທີ 52 Avenue Paul Alduy), ນະຄອນ Perpignan (ປະເທດ ຝຣັ່ງ), ເຊິ່ງໄດ້ນຳມາໃຫ້ມວນຊົນ ມຸມມອງ ທີ່ແທ້ຈິງ ກ່ຽວກັບຄວາມງາມ ຂອງທຳມະຊາດ, ຊີວິດການເປັນຢູ່ ຂອງຜູ້ຄົນ ແລະ ຈັງຫວະການພັດທະນາ ຂອງ ຫວຽດນາມ.  

ກິດຈະກຳດັ່ງກ່າວ ຈັດຂຶ້ນໂດຍສູນຄົ້ນຄວ້າພາສາ ຝຣັ່ງ ແຫ່ງມະຫາ ວິທະຍາໄລ (CUEF) ສັງກັດ ມະຫາວິທະຍາໄລ Perpignan Via Domitia (ປະເທດ ຝຣັ່ງ) ຊຶ່ງເປັນສ່ວນໜຶ່ງຂອງໂຄງການ “ນັດພົບ ບັນດາປະຊາຄົມ ທີ່ໃຊ້ພາສາ ຝຣັ່ງ” (Rendez-vous des francophonies). ງານວາງສະແດງ ຄັ້ງນີ້ ຍັງແນໃສ່ເພື່ອສັນລະເສີນ ຮູບພາບ ຂອງ ແມ່ຍິງຢູ່ ຫວຽດນາມ, ແມ່ຍິງ ລະຫວ່າງສອງປະເທດ ຝຣັ່ງ - ຫວຽດນາມ ແລະ ແມ່ຍິງໃນຂົງເຂດວິທະຍາສາດ.

ນັກຂ່າວ ເລວັນມິງ ກ່າວວ່າ ແຕ່ລະການເດີນທາງ ແມ່ນໂອກາດໜຶ່ງ ເພື່ອບັນທຶກ ພາບເຫດການ ໃນຊີວິດ ປະຈຳວັນ, ບັນດາຈຸດພິເສດ ທາງດ້ານວັດທະນະທຳ ແລະ ການປ່ຽນແປງ ຂອງ ປະເທດຊາດ. ຜ່ານບັນດາຮູບພາບເຫຼົ່ານັ້ນ, ທ່ານມີຄວາມມຸ່ງຫວັງຢາກນຳສະເໜີ ໃຫ້ເພື່ອນມິດສາກົນ ໄດ້ຮູ້ຈັກກ່ຽວກັບ ປະເທດ ຫວຽດນາມ ທີ່ຮັ່ງມີໄປດ້ວຍເອກະລັກ, ຜູ້ຄົນມີຄວາມເປັນມິດ ແລະ ພວມມີການປ່ຽນແປງຢ່າງແຂງແຮງ ໃນຂະບວນການ ພັດທະນາ ແລະ ເຊື່ອມໂຍງ ເຂົ້າກັບສາກົນ.

ບັນດາຜົນງານ ຂອງ ນັກຂ່າວ ເລວັນມິງ ໄດ້ຮັບການເຜີຍແຜ່ ຢ່າງກວ້າງຂວາງ ຜ່ານບັນດາສື່ສິ່ງພິມ 5 ພາສາ ແລະ ໃນໜ້າເວັບໄຊ ອອນລາຍ 10 ພາສາ ຂອງ ວາລະສານຂ່າວພາບ ຫວຽດນາມ, ຊຶ່ງໄດ້ປະກອບສ່ວນ ເຂົ້າໃນການໂຄສະນາ ຮູບພາບ ຂອງ ຫວຽດນາມ ທີ່ເຕັມໄປດ້ວຍສະເໜ່, ມີຄວາມຫ້າວຫັນ ແລະ ມີຄວາມໂອບອ້ອມອາລີ ໃຫ້ແກ່ ທ່ານ ຜູ້ອ່ານ ໃນທົ່ວໂລກ.

ວາລະສານ ຂ່າວພາບ ຫວຽດນາມ ຂໍຖືເປັນກຽດແນະນຳມາຍັງເພື່ອນຜູ້ອ່ານ ບັນດາຜົນງານທີ່ດີເດັ່ນ ຂອງນັກຂ່າວ ເລມິງ (Le Minh) ຢູ່ ງານວາງສະແດງຮູບພາບ “ຫວຽດນາມ, ໜຶ່ງ ດິນແດນ, ໜຶ່ງ ປະເທດຊາດ”:

 
ພາບຖ່າຍ: ທົ່ງ ແຜງໂຊລາເຊວ ທີ່ຢຽດຍາວ ຢູ່ກ້ອງຕີນເສົາ ໄຟຟ້າ ແຮງລົມ ທີ່ໃຫຍ່ສູງ, ສ້າງໂສມໜ້າໃໝ່ ໃຫ້ແກ່ດິນແດນ ທີ່ມີແສງແດດ ແລະ ສາຍລົມ ນິງຖ້ວນ (ເຊິ່ງປັດຈຸບັນ ຂຶ້ນກັບ ແຂວງ ແຄ໋ງຮ່ວາ). ພາບ: ເລມິງ/VNP
 
 
 
 
  • ບົດ: ເຈິ່ນຮ໋ຽວ/VNP - ພາບ: ເລມິງ - ແປໂດຍ: ບິກລຽນ

 


top