ຂ່າວສານ

ງານວາງສະແດງສິລະປະພຸດທະສາສະໜາທີ່ເປັນມູນເຊື້ອຂອງຊາດ

ງານວາງສະແດງໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 27 ມັງກອນ - 19 ກຸມພາ, ເຊິ່ງໄດ້ແນະນຳໃຫ້ຜູ້ຊົມກ່ຽວກັບບັນດາຮູບປັ້ນພະພຸດ, ຫີນປະເສີດ, ພາບແຕ້ມ, ພາບຖ່າຍ… ທີ່ກ່ຽວຂ້ອງເຖິງພູດທະສາສະໜາ.

 ງານວາງສະແດງສິລະປະພຸດທະສາສະໜາທີ່ເປັນມູນເຊື້ອຂອງຊາດ

(ພາບ: TTXVN)

ເພື່ອຕ້ອນຮັບບຸນປີໃໝ່ປີກຸນ, ຕອນຄ່ຳວັນທີ 27 ມັງກອນ, ຢູ່ວັດໂຝກວາງ, ເຊິ່ງແມ່ນສູນວັດທະນະທຳພຸດທະສາສະໜາ, ທີ່ນະຄອນໂຮ່ຈິມິນ, ຄະນະວັດທະນະທຳພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈິມິນ ໄດ້ຈັດພິທີໄຂງານວາງສະແດງສິລະປະພຸດທະສາສະໜາ ດ້ວຍຫົວຂໍ້ວ່າ “ບຸນເຕັດເຕົ້າໂຮມ”. ງານວາງສະແດງໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 27 ມັງກອນ - 19 ກຸມພາ, ເຊິ່ງໄດ້ແນະນຳໃຫ້ຜູ້ຊົມກ່ຽວກັບບັນດາຮູບປັ້ນພະພຸດ, ຫີນປະເສີດ, ພາບແຕ້ມ, ພາບຖ່າຍ… ທີ່ກ່ຽວຂ້ອງເຖິງພູດທະສາສະໜາ.

 

        ງານວາງສະແດງໄດ້ນຳເອົາບັນຍາກາດສິລະປະທາງດ້ານພຸດທະສາສະໜາທີ່ມີລັກສະນະມູນເຊື້ອຂອງຊາດສູ່ທ່ານຜູ້ຊົມ, ຜ່ານນັ້ນກໍ່ເປັນການໂຄສະນາບັນດາແນວຄິດອັນດີງາມຂອງສາສະໜາພຸດ ມາສູ່ມະນຸດ.

(ແຫຼ່ງຄັດຈາກ VOV)


top