ວັດທະນະທຳ

ງານມະໂຫລານ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ - ມາເພື່ອຄວາມຮັກ”

ໃນເດືອນ ຕຸລາ ແມ່ນຊ່ວງເວລາ ສວຍງາມທີ່ສຸດ ຂອງລະດູໃບໄມ້ຫຼົ່ນ, ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຈັດງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໃນຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ-ມາເພື່ອຄວາມຮັກ” ເພື່ອໂຄສະນາ ຄວາມງາມ ແລະ ຄຸນຄ່າ ທີ່ເປັນເອກະລັກສະເພາະ ຂອງ ນະຄອນຫຼວງ ສູ່ນັກທ່ອງທ່ຽວ ທັງພາຍໃນ ແລະ ເພື່ອນມິດສາກົນ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນໃນເດືອນ ຕຸລາ ແມ່ນຊ່ວງເວລາ ສວຍງາມທີ່ສຸດ ຂອງລະດູໃບໄມ້ຫຼົ່ນ, ຄະນະກຳມະການ ປະຊາຊົນ ນະຄອນ ຮ່າໂນ້ຍ ໄດ້ຈັດງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ໃນຫົວຂໍ້ “ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ-ມາເພື່ອຄວາມຮັກ” ເພື່ອໂຄສະນາ ຄວາມງາມ ແລະ ຄຸນຄ່າ ທີ່ເປັນເອກະລັກສະເພາະ ຂອງ ນະຄອນຫຼວງ ສູ່ນັກທ່ອງທ່ຽວ ທັງພາຍໃນ ແລະ ເພື່ອນມິດສາກົນ.

ງານ​ມະໂຫລານລະດູ​ໃບ​ໄມ້​ຫຼົ່ນ 2023 ​ຖືກຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ​ຢູ່ ຮ່າໂນ້ຍ ໄດ້​ດຶງ​ດູດ​ມວນຊົນ ໃນ​ທົ່ວ​ປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ ເປັນຈໍານວນຫຼວງຫຼາຍ.

ລາຍການ “ງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023” ແມ່ນເຫດການຖືກຈັດຂຶ້ນ ເພື່ອປະກອບສ່ວນ ເຂົ້າໃນການເຕີບໂຕ ແລະ ພັດທະນາຮອບດ້ານ ການທ່ອງທ່ຽວ ຂອງ ນະຄອນຫຼວງ ທັງດ້ານຂະໜາດ ແລະ ຄຸນນະພາບ ການບໍລິການ. ຜ່ານ​ນັ້ນ​ເພີ່ມ​ຈຳ ນວນ ​ແລະ ຄຸນ​ນະພາ​ບ ​ນັກ​ທ່ອງ​ທ່ຽວ, ​ແຕ່​ຍັງ​ຮັບປະກັນ​ຄວາມ​ຍືນ​ຍົງ, ພັດທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ຄຸນນະພາບສູງ, ມີຊື່ສຽງ, ມີ​ຄວາມ​ສາມາດ​ແຂ່ງຂັນ​ສູງ ​ແຕ່ຍັງ​ຄົງ​ຮັກສາ ລັກສະນະວັດທະນະທຳ​ ຂອງ​ຊາດ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ.


ງານມະໂຫລານ ລະດູໃບໄມ້ຫຼົ່ນຮ່າໂນ້ຍ ໄດ້ນຳສະເໜີເລື່ອງລາວ, ບັນຍາກາດລະດູໃບໄມ້ຫຼົ່ນ ຂອງ ຮ່າໂນ້ຍ ກັບຖະໜົນຫົນທາງທີ່ມີລັກສະນະວັດທະນະທຳ ທີ່ມີພຽງແຕ່ຢູ່ ຮ່າໂນ້ຍ ເທົ່ານັ້ນ, ເຮັດໃຫ້ນັກທ່ອງທ່ຽວ ຢາກມາຄົ້ນຫາ ແລະ ຮັກຍິ່ງຂຶ້ນ ກັບຜືນແຜ່ນດິນແດນ ແຫ່ງອາລະຍະທຳ ນັບພັນປີນີ້ ແຫ່ງນີ້.

ລຽບຕາມຖະໜົນ ດິງຕຽນຮວ່າງ, ເລແຖັກ ແລະ ເຮືອນແປດລ່ຽມ ຖືກຈັດວາງດ້ວຍບັນຍາກາດ “ຄວາມງາມ ຂອງ ລະດູໃບໄມ້ຫຼົ່ນ”, “ຂອງຂວັນ ຈາກລະດູໃບໄມ້ຫຼົ່ນ”, “ສວນແສງສະຫວ່າງ” ຊຶ່ງໄດ້ຈັດເປັນພື້ນທີ່ວາງສະແດງ ແລະ ທິວທັດ ຂະໜາດນ້ອຍ ແນະນຳບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈ ໃນລະດູໃບໄມ້ຫຼົ່ນເຊັ່ນ: ຂົວລອງບຽນ, ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ວັດເສົາດຽວ, ໝູ່ບ້ານປູກດອກໄມ້ ເມລິງ, ໝູ່ບ້ານບູຮານ ເດື່ອງເລີມ... ເພື່ອໃຫ້ນັກທ່ອງທ່ຽວ ໄດ້ມາຢ້ຽມຢາມ, ຊອກຮູ້ຂໍ້ມູນຂ່າວສານທ່ອງທ່ຽວ ແລະ ຖ່າຍຮູບ ເກັບໄວ້ເປັນທີ່ລະນຶກ ພາຍໃນງານ. 


ເຂົ້າເໝົ້າ ແມ່ນ​ເຍື່ອງ​ອາ​ຫານ​ ມີລົດ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ຂອງ​ລະດູໃບໄມ້ຫຼົ່ນ ​ຮ່າ​ໂນ້ຍ.
ຜະລິດຕະພັນ ຂອງ ໝູ່ບ້ານອາຊີບຫັດຖະກຳພື້ນເມືອງ ໄດ້ຖືກນໍາມາຈັດວາງສະແດງ ພາຍໃນງານ ເພື່ອແນໃສ່ໂຄສະນາຄວາມງາມດ້ານວັດທະນະທຳມູນເຊື້ອ. 

ພາຍໃຕ້​ຫົວ​ເລື່ອງ “​ຄວາມຍອດຍິ່ງ​ ຂອງ​ ອາຫານ ​ຫວຽດ”, ມີຫ້າງຮ້ານ​ກ່ວາ 50 ຮ້ານທີ່​ສະ​ແດງ​ຄວາມ​ງາມ​ ຂອງ ​ອາຫານ​ ຮ່າ​ໂນ້ຍ ​ພ້ອມບັນດາ​ເລື່ອງ​ລາວ ​ກ່ຽວ​ກັບ​ອາຫານສຳລັບ ຖວາຍກະສັດ ໄດ້ຮັບການສະແດງ​ຄືນ​ໃໝ່ ຜ່ານ​ການ​ສະ​ແດງ​ ຈາກ​ບັນດາພໍ່ຄົວ​ທີ່​ມີ​ຊື່​ສຽງ​ ໃນວົງການພໍ່ຄົວ ຫວຽດນາມ. ເພາະສະນັ້ນ, ຫຼາຍຄົນຍັງໄດ້ສຳຜັດກັບອາຫານແຊບໆ ແບບດັ້ງເດີມ ແລະ ທັນສະໄໝ, ຄົ້ນພົບຄວາມລັບ ໃນການປຸງອາຫານ ແລະ ໄດ້ຊອກຮູ້ກ່ຽວກັບ ເລື່ອງລາວ ທີ່ຢູ່ເບື້ອງຫຼັງ ການປຸງແຕ່ງ ອາຫານ ແຕ່ລະເຍື່ອງ ຢູ່ນະຄອນ ຫຼວງ ແຫ່ງອາລະຍະທຳ ນັບພັນປີ ແຫ່ງນີ້.

ຈຸດພົ້ນເດັ່ນ ຂອງ ງານມະໂຫລານ ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023 ແມ່ນຂະບວນແຫ່ຕາມທ້ອງຖະໜົນ ມີຈໍານວນຜູ້ເຂົ້າຮ່ວມ1.500 ຄົນ ມາຈາກບັນດາໜ່ວຍສິລະປະ, ສະແດງໃຫ້ເຫັນການແຊກຊຶມຢ່າງມີຊີວິດຊີວາ ລະຫວ່າງປະເພນີ ແລະ ທັນສະໄໝ, ນຳມາເຊິ່ງບັນດາຈຸດວັດທະນະທຳ ສຸດທີ່ລະອຽດອ່ອນ, ຫຼາກຫຼາຍສີສັນຂອງນະຄອນຫຼວງ ຮ່າໂນ້ຍ. ງານມະໂຫລານລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023 ມີ 4 ພາກຄື: ສີສັນລະດູໃບໄມ້ຫຼົ່ນ ທີ່ຮຸ່ງເຮືອງ ແມ່ນການ ສະແດງ ຂອງ ບັນດາວິສາຫະກິດ ຈາກໝູ່ບ້ານອາຊີບ; ບັນດາ​ເມືອງ​ ໃຫ້​ກຽດ ​ບັນດາ​ໝູ່​ບ້ານ​ອາຊີບ​ ​ແລະ ວິ​ສາ​ຫະກິດ​ຂອງນະ ຄອນ ຮ່າ​ໂນ້ຍ; ການ​ສະ​ແດງ​ສິລະ​ປະ​ ຕາມທ້ອງ​ຖະໜົນ​ໄດ້​ນຳມາຊຶ່ງແບບລີລາ​ຂະຫຍັນ​ຂັນ​ເຄື່ອນ​ ຂອງ​ນະຄອນ ​ຮ່າ​ໂນ້ຍ; ການແຫ່​ຂະ​ບວນ ​ບັນດາຊົນ​ເຜົ່າ ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ ຂອງ​ ວົງຄະ ນາຍາດຊາວຊົນເຜົ່າສ່ວນນ້ອຍ ທີ່​ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນຫຼວງ.

ການສະແດງ Carnaval ຕາມຖະໜົນ ໄດ້ຈັດຂຶ້ນຢ່າງລະອຽດ, ຍິ່ງໃຫຍ່ ແລະ ສວຍງາມ.

ທ່ານ ຫງວຽນ​ແອ໋ງ​ເຢືອງ, ຫົວໜ້າ​ສູນ​ສົ່ງ​ເສີມ ​ການ​ລົງທຶນ​ການ​ຄ້າ ​ແລະ ການ​ທ່ອງ​ທ່ຽວ​ ນະຄອນ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: Carnaval ​ແມ່ນ​ຈຸດ​ເດັ່ນ ​ຂອງ ​ງານມະໂຫລານ ລະດູ​ໃບ​ໄມ້ຫຼົ່ນຮ່າ​ໂນ້ຍ, ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລະອຽດ ​ແລະ ​ພິຖີພິຖັນ, ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ຈາກ​ບັນດາ​ເມືອງ, ອົງການ​ຈັດ​ຕັ້ງ, ໝູ່ຄະນະ ​ແລະ ບັນ ດາ​ວິ​ສາ​ຫະກິດ​ ທ່ອງ​ທ່ຽວ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ ​ແນໃສ່ໂຄ ສະນາ ​ຮູບ​ພາບ​ການທ່ອງທ່ຽວ​ ຮ່າ​ໂນ້ຍ, ເພື່ອດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ທີ່ມາ​ຢ້ຽມຢາມນະຄອນຫຼວງ​ ໃຫ້ນັບ​ມື້​​ເພີ່ມຂຶ້ນ”.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


top