ຂ່າວສານ

ງານບຸນ ບ້ານແຊນ ປີ 2020 ຈະຖືກຈັດຂຶ້ນດ້ວຍລະດັບຊາດ

      ງານບຸນບ້ານແຊນ ປີ 2020 ເຊິ່ງເປັນເຫດການສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 130 ປີ (19/5/1890 – 19/5/2020) ຈະຖືກຈັດຂຶ້ນດ້ວຍລະດັບຊາດ ເຊິ່ງມີການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ, ສົມກຽດ ແລະ ດູດດື່ມ.

(ປະກອບ: VGP)
      ງານບຸນ ບ້ານແຊນ ປີນີ້ ຈະຈັດຂຶ້ນໃນລະຫວ່າງວັນທີ 15 – 19 ພຶດສະພາ ຢູ່ນະຄອນ ວິງ, ເມືອງ ນາມດ່ານ ແລະ ບາງເມືອງ, ເທດສະບານ ໃນບໍລິເວນແຂວງເງະອານ. ເຫດການດັ່ງກ່າວ ໂດຍ ກະຊວງວັດທະນະທໍາ,ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງເງະອານ ຈັດຕັ້ງ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ງານມະໂຫລານສຽງຂັບສຽງລໍາບ້ານແຊນທົ່ວປະເທດ; ງານວາງສະແດງພາບຖ່າຍ ດ້ວຍຫົວຂໍ້ “ປະເທດຊາດ ແລະ ຊາວ ອາຊຽນ”; ງານວາງສະແດງແນະນໍາປຶ້ມກ່ຽວກັບປະທານໂຮ່ຈີມິນ; ສັບປະດາຟິມຮູບເງົາ ກ່ຽວກັບປະທານໂຮ່ຈີມິນ...
 (ແຫຼ່ງຄັດຈາກ VOV)


top