ຕອນເຊົ້າ ວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ) ແມ່ນວັນບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ປີມະເມຍ. ພ້ອມກັບແຂວງ ຝູເຖາະ, ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ກໍ່ໄດ້ຈັດຂຶ້ນຢູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ.
(ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ)
ຢູ່ວິຫານອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຂຶ້ນກັບຕາແສງ ລອງບິ່ງ, ນະຄອນ ໂຮ່ຈີມິນ, ພໍ່ແມ່ປະຊາຊົນເປັນຈຳນວນຫຼາຍໄດ້ຈັດງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ຂຶ້ນຢ່າງສະຫງ່າ. ທີ່ພິທີ, ທ່ານ ຫງວຽນເຟືອກລົກ, ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ, ຢຶນຢັນວ່າ ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຈະສືບທອດມູນເຊື້ອຂອງຊາດ, ມູນເຊື້ອຮັກຊາດ, ມູນເຊື້ອປະຕິວັດ, ສືບຕໍ່ປະຕິບັດບັນດາໜ້າທີ່ພັດທະນາທີ່ໄດ້ວາງອອກຢ່າງມີໄຊ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ໂບດ ຮຸ່ງເວືອງ ຂຶ້ນກັບຫໍພິພິທະພັນແຂວງ ວິ້ງລອງ, ງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໄດ້ຈັດຂຶ້ນດ້ວຍບັນດາພິທີທີ່ເປັນມູນເຊື້ອ, ຄື: ພິທີບູຊາ, ຖະຫວາຍເຄື່ອງບູຊາ ແລະ ຖະຫວາຍທູບທຽນອາໄລຫາ, ສະແດງຄວາມເຄົາລົບ ແລະ ຕອບບຸນແທນຄຸນບັນພະບຸລຸດຢ່າງເລິກເຊິ່ງຕໍ່ຄຸນງາມຄວາມດີໃນການສ້າງຕັ້ງປະເທດຊາດ.
ໃນວັນດຽວກັນ, ຢູ່ວິຫານ ເອົາຫຼາກ (ຕາແສງ ຊວັນເຮືອງ - ດ່າຫຼາດ), ມີປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄດ້ເຂົ້າຮ່ວມງານບຸນໄຫວ້ບູຊາເຈົ້າຊີວິດ ຮຸ່ງ. ສ່ວນຢູ່ວິຫານບູຊາ ເຈົ້າຊີວີດ ຮຸ່ງ (ຕາແສງ ຈີຝາຍ), ແຂວງ ກ່າເມົາ ກໍ່ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງເວືອງ ປີ 2026 ເຊັ່ນດຽວກັນ.