ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ທ່ານ Isao Iijima, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ທ່ານ Isao Iijima, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ຕອນບ່າຍວັນທີ 23 ທັນວາ, ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບ ທ່ານ Isao Iijima, ທີ່ປຶກສາພິເສດຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເພື່ອແນໃສ່ແລກປ່ຽນກ່ຽວກັບການສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການສົ່ງເສີມການລົງທຶນ, ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ, ສອງນະຄອນຫລວງ, ໃນນັ້ນ ມີການຈັດຕັ້ງງານບຸນດອກຊາກຸຣະ ຢູ່ຮ່າໂນ້ຍປີ 2018.
ທ່ານ Isao Iijima ເນັ້ນຫນັກວ່າ ງານບຸນດອກຊາກຸຣະ ຢູ່ ຮ່າໂນ້ຍ ໃນປີ 2018 ຄວນມີຈຸດແຕກຕ່າງເມື່ອທຽບໃສ່ 3 ຄັ້ງກ່ອນນີ້.
ທ່ານ ຫງວຽນດືກຈູງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ: ນະຄອນ ຮ່າໂນ້ຍ ໄດ້ສ້າງແຜນການຈັດຕັ້ງງານບຸນດັ່ງກ່າວໃນທ້າຍເດືອນມີນາປີ 2018 ດ້ວຍການເຄື່ອນໄຫວຫລາຍຢ່າງ ເພື່ອດຶງດູດຊາວຫວຽດນາມ ແລະນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ, ສ້າງຂີດໝາຍໃນໂອກາດສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ.
(ແຫຼ່ງຄັດຈາກ VOV)