ເສດຖະກິດ

ງານຕະຫຼາດນັດລະດູບານໃໝ່ 2026: ເຊື່ອມໂຍງ ຄວາມຈະເລີນ ຮຸ່ງເຮືອງ, ສ້າງແຮງຊຸກຍູ້ການເຕີບໂຕ ທາງດ້ານເສດຖະກິດ

ອີງຕາມການຊີ້ນຳ ຂອງ ທ່ານ ນາຍົກລັດຖະມົນຕີ, ແຕ່ວັນທີ 2 - 13 ກຸມພາ 2026, ຢູ່ສູນວາງສະແດງ ຫວຽດນາມ (VEC), ງານຕະຫຼາດນັດລະດູບານໃໝ່ 2026 ໄດ້ຖືກຈັດຂຶ້ນ ຢ່າງເປັນທາງການ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງຄວາມຈະເລີນຮຸ່ງເຮືອງ - ຕ້ອນ ຮັບລະດູບານໃໝ່ ທ່ີສະຫງ່າລາສີ”. ນີ້ແມ່ນເຫດການສົ່ງເສີມ ການຄ້າລະດັບຊາດ, ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າພາບ ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການຈັດຕັ້ງ ທີ່ກ່ຽວຂ້ອງ ຮ່ວມກັນ ຈັດຂຶ້ນ...
ບັນດາລົດໄຟຟ້າທີ່ເປັນມິດກັບສິ່ງແວດລ້ອມ. ພາບ: ກົງດາດ/VNP
ຮ້ານວາງສະແດງຜະລິດຕະພັນເອເລັກໂຕຣນິກ ຍຸກໃໝ່. ພາບ: ກົງດາດ/VNP
ຮ້ານວາງສະແດງຂອງຍີ້ຫໍ້ແຟຊັ່ນ Govani. ພາບ: ຫວຽດເກື່ອງ/VNP
ງານຕະຫຼາດນັດລະດູບານໃໝ່ 2026 ໄດ້ຮັບການຄາດຫວັງວ່າ ຈະກາຍເປັນຈຸດນັດພົບ ແຫ່ງການຄ້າຂາຍ ໃນຕົ້ນປີ, ສ້າງແຮງຊຸກ ຍູ້ ຢ່າງຕັ້ງໜ້າ ໃຫ້ແກ່ການຜະລິດ - ດໍາເນີນທຸລະກິດ, ປະກອບ ສ່ວນ ກະຕຸ້ນຄວາມຕ້ອງການ ໃນການບໍລິໂພກ, ຂະຫຍາຍລະ ບົບ ການຈຳໜ່າຍ, ຊຸກຍູ້ການຄ້າພາຍໃນປະເທດ ແລະ ເຜີຍແຜ່ຈິດໃຈ ບຸນເຕັດ ປະເພນີ ຂອງ ຫວຽດນາມ.     

ສືບຕໍ່ຜົນສຳເລັດ ຂອງ ງານຕະຫຼາດນັດລະດູໃບໄມ້ຫຼົ່ນ ຄັ້ງທີ 1 ປີ 2025 - ເຫດການທີ່ຖືກຂະໜານນາມວ່າ ເປັນ “ມະຫາກຳ ງານວາງສະແດງລະດັບຊາດ” ດ້ວຍເນື້ອທີ່ 130.000 ມ2, ມີ 3.000 ຮ້ານວາງສະແດງ ແລະ ມີຜູ້ເຂົ້າຊົມ ຫຼາຍກວ່າ 100.000 ເທື່ອຄົນ ຕໍ່ວັນ - ງານຕະຫຼາດນັດ ລະດູບານໃໝ່ 2026 ໄດ້ຖືກຈັດຂຶ້ນ ຢ່າງເປັນລະບົບ, ມີຂະໜາດໃຫຍ່, ໂດຍກຳນົດໃຫ້ເປັນງານວາງ ສະແດງ ປະຈຳປີ ຂອງ ຫວຽດນາມ.  

ການທີ່ລັດຖະບານ ສືບຕໍ່ຈັດງານຕະຫຼາດນັດ ລະດູບານໃໝ່ ໃນທັນທີ ຫຼັງບຸນເຕັດນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ໃນການຂຸດຄົ້ນກຳລັງໜູນ ການຄ້າພາຍໃນປະເທດຢ່າງສູງສຸດ - ເຊິ່ງແມ່ນໜຶ່ງໃນສາມເສົາຄ້ຳ ແຫ່ງການເຕີບໂຕ ຮ່ວມກັບການສົ່ງອອກ ແລະ ການລົງທຶນ, ເພື່ອແນໃສ່ເຮັດໃຫ້ຕະຫຼາດ ມີສະຖຽນລະພາບ, ສ້າງທ່າແຮງ ການເຕີບໂຕໃນຕົ້ນປີ ແລະ ເຜີຍແຜ່ ຈິດ ໃຈ ແຫ່ງການປ່ຽນແປງໃໝ່ ແລະ ການເຊື່ອມໂຍງ.  

ພື້ນທີ່ວາງສະແດງທີ່ເຕັມໄປດ້ວຍສີສັນວັດທະນະທຳບຸນເຕັດ ຂອງງານຕະຫຼາດນັດລະດູບານໃໝ່ 2026. ພາບ: ກົງດາດ/VNP

ງານວາງສະແດງ ໃນປີນີ້ ໄດ້ຖືກຈັດຂຶ້ນຢູ່ເຂດວາງສະແດງ ກິມກຸຍ - VEC ມີພື້ນທີ່ວາງສະແດງ ທັງໝົດປະມານ 145.000 ມ2, ລວມມີ 10 ຫ້ອງໂຖງ ໃນຮົ່ມ (ແຕ່ລະຫ້ອງໂຖງ ມີເນື້ອທີ່ 10.000 ມ2) ແລະ ພື້ນທີ່ກາງແຈ້ງ ກວ່າ 45.000 ມ2. ຄາດວ່າຈະມີ ຮ້ານວາງສະແດງ ມາດຕະຖານ ປະມານ 3.000 ຮ້ານ ແລະ ເຂດຈັດສັນ ສະເພາະສຳລັບອາຫານ, ການສະແດງສິລະປະ ວັດທະນະ ທຳ - ສຳຜັດຕົວຈິງ.  

ບໍ່ພຽງແຕ່ແມ່ນສະຖານທີ່ວາງສະແດງຜະລິດຕະພັນ ແລະ ແນະ ນຳ ຍີ່ຫໍ້ສິນຄ້າ ເທົ່ານັ້ນ, ງານຕະຫຼາດນັດລະດູບານໃໝ່ 2026 ຍັງແມ່ນ ການເດີນທາງທ່ຽວຊົມ ລະດູບານໃໝ່ ທົ່ວປະເທດ ຫວຽດ ນາມ ດ້ວຍ 8 ເຂດທີ່ໂດດເດັ່ນ, ເຊິ່ງເປັນການປະສົມປະສານ ລະ ຫວ່າງການຄ້າ, ກະສິກຳ, ອຸດສາຫະກຳ ແລະ ວັດທະນະທຳ, ນຳ ພາຜູ້ເຂົ້າຊົມ ໄປສຳຜັດ ກັບບັນດາເຂດວັດທະນະທຳ - ເສດຖະ ກິດ ທີ່ເປັນເອກະລັກ ຂອງ ປະເທດຊາດ.  

ງານຕະຫຼາດນັດ ຈະຖືກແບ່ງອອກເປັນ 8 ເຂດ ດັ່ງນີ້:

ເຂດຫົວຂໍ້ - ນະຄອນ ໂຮ່ຈີມິນ: ແມ່ນຈຸດສູນກາງ ຂອງ ງານຕະ ຫຼາດນັດ, ນະຄອນ ໂຮ່ຈີມິນ ໄດ້ນຳສະເໜີພາບພົດຂອງຕົວເມືອງອັດສະລິຍະ, ຂະຫຍັນຂັນເຄື່ອນ ແລະ ມີຫົວຄິດປະດິດສ້າງ ກັບບັນດາຮ້ານວາງສະແດງ ດ້ານເຕັກໂນໂລຊີ, ການບໍລິການ, ວັດ ທະນະທຳ ພ້ອມກັບພື້ນທີ່ສິລະປະທີ່ເປັນເອກະລັກ ຂອງ ພາກໃຕ້.  

ທ່ຽວຊົມລະດູບານໃໝ່ ໃນບ້ານເກີດ - ຜະລິດຕະພັນຈາກທົ່ວ ທຸກ ສາລະທິດ: ບັນດາແຂວງ ແລະ ນະຄອນ ວາງສະແດງ ຜະລິດ ຕະພັນ ທ້ອງຖິ່ນ, ຜະລິດຕະພັນ OCOP, ເຄື່ອງພິເສດໃນບຸນເຕັດ ແລະ ທ່າແຮງດ້ານການລົງທຶນ - ການທ່ອງທ່ຽວ.  

ຜະລິດພັນກະສິກຳ ຫວຽດນາມ - ເຜີຍແຜ່ສີສັນລະດູບານໃໝ່: ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນເຈົ້າພາບ, ແນະ ນຳ ຜະລິດຕະພັນກະສິກຳເຕັກໂນໂລຊີສູງ, OCOP, ຕົວຊີ້ບອກທາງພູມສາດ ແລະ ຮູບແບບເສດຖະກິດສີຂຽວ, ເສດຖະກິດໝູນວຽນ.  

ລະດູບານໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງມີ: ໂດຍ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ປະສານງານ, ເຕົ້າໂຮມບັນດາວິສາຫະກິດ ການຜະລິດ - ການຈໍາໜ່າຍ - ການຄ້າ, ສຸມໃສ່ຊຸກຍູ້ການບໍລິໂພກ ໃນໄລຍະບຸນເຕັດ.  

ງານວາງສະແດງຕ່ອງໂສ້ມູນຄ່າ ເຄື່ອງນຸ່ງຫົ່ມ - ເກີບໜັງ - ເຄື່ອງ ເຟີນີເຈີ - ຫັດຖະກໍາ ສິລະປະ (VIVC 2026): ເວທີ ປຶກສາຫາລື B2B ເພື່ອເຊື່ອມຕໍ່ຜູ້ຜະລິດ, ຜູ້ສະໜອງວັດຖຸດິບ ແລະຜູ້ຈຳໜ່າຍ.  

ລູກຄ້າເລືອກຊື້ບັນດາຜະລິດຕະພັນເຄື່ອງໜັງ. ພາບ: ຫວຽດເກື່ອງ/VNP
ຮ້ານວາງສະແດງຜະລິດຕະພັນຫີນວິຈິດສິນ ແລະ ຫີນມີຄ່າ. ພາບ: ກົງດາດ/VNP
ບັນດາຜະລິດຕະພັນເຄື່ອງຈັກສານຫວາຍ ແລະ ໄມ້ໄຜ່ສົ່ງອອກ ທີ່ວາງຂາຍຢູ່ທີ່ງານຕະຫຼາດນັດ. ພາບ: ກົງດາດ/VNP
ລູກຄ້າໃຫ້ຄວາມສົນໃຈຊອກຮູ້ກ່ຽວກັບ ບັນດາຜະລິດຕະພັນຂະໜົມບຸນເຕັດປະເພນີ. ພາບ: ກົງດາດ/VNP

ພື້ນທີ່ບຸນເຕັດ ແຫ່ງການພ້ອມໜ້າພ້ອມຕາ: ໂດຍນະຄອນ ຮ່າໂນ້ຍ ເປັນເຈົ້າພາບ, ຈຳລອງບັນຍາກາດບຸນເຕັດ ປະເພນີ ດ້ວຍກິດຈະກຳຂຽນຕົວໜັງສື ແບບລວດລາຍ (ທືຟາບ), ຫໍ່ເຂົ້າຕົ້ມ, ໝູ່ບ້ານອາຊີບ ແລະ ອາຫານພື້ນເມືອງສະໄໝກ່ອນ.  

ສິ່ງຍອດຍິິ່ງວັດທະນະທຳ ຫວຽດນາມ: ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຈັດຂຶ້ນ, ແນະນຳຜະລິດຕະພັນ ວັດ ທະນະທຳ ປະດິດສ້າງ, ສິລະປະການສະແດງ, ການຫຼິ້ນພື້ນເມືອງ, ອາຫານ ແລະ ແຟຊັ່ນ.  

ເຂດຢູ່ກາງແຈ້ງ -ກິ່ນອາຍລະດູບານໃໝ່ ແຫ່ງຄວາມຜູກພັນ: ເຂດອາຫານ ແລະ ເທດສະການກາງແຈ້ງ, ເຊິ່ງແມ່ນສະຖານທີ່ ໃຫ້ມວນຊົນ ໄດ້ພົບປະສັງສັນ ແລະ ຊົມໃຊ້ ບັນຍາກາດບຸນເຕັດ ແຫ່ງການເຕົ້າໂຮມກັນໃນຄອບຄົວ.  

ງານຕະຫຼາດນັດລະດູບານໃໝ່ 2026 ໄດ້ຮັບການຊີ້ນຳຢ່າງໃກ້ ຊິດ ຈາກທ່ານ ນາຍົກລັດຖະມົນຕີ ແລະ ການປະສານສົມທົບ ຢ່າງແໜ້ນແຟ້ນ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ກະຊວງອຸດສາຫະກຳ ແລະ ການຄ້າ ຮັບຜິດຊອບ ເປັນເຈົ້າພາບ ດ້ານເນື້ອໃນ, ປະສານສົມທົບກັບ ກະຊວງ ວັດທະນະ ທຳ, ກິລາ ແລະ ການທ່ອງທ່ຽວ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຄະນະກຳມະການປະຊາຊົນ ບັນດາທ້ອງຖິ່ນ, ສະມາຄົມຂະແໜງສິນຄ້າ ແລະ ສູນວາງສະແດງ ຫວຽດນາມ ເພື່ອຮັບປະ ກັນ ການຈັດຕັ້ງໃຫ້ມີປະສິດທິພາບ.

ງານວາງສະແດງສິນຄ້າ ບໍ່ພຽງແຕ່ແມ່ນເວທີແຫ່ງການຄ້າເທົ່ານັ້ນ, ແຕ່ຍັງແມ່ນເຫດການ ທີ່ປຸກລະດົມຄວາມເຊື່ອໝັ້ນ ຕໍ່ຕະຫຼາດ, ໂຄສະນາຍີ່ຫໍ້ ຫວຽດນາມ, ສະແດງໃຫ້ເຫັນເຖິງພະລັງແຮງ ແຫ່ງການເລີ່ມຕົ້ນປີໃໝ່ - ເລີ່ມຕົ້ນໄລຍະ ແຫ່ງການພັດທະນາໃໝ່ ພາຍຫຼັງ ຜົນສຳເລັດ ກອງປະຊຸມໃຫຍ່ ຂອງ ພັກ ຄັ້ງທີ XIV.


top