ເຄື່ອງໝາຍ ຫວຽດ

ງານຕະຫຼາດນັດລະດູບານໃໝ່ 2026: ພື້ນຖານຍຸດທະສາດ ເພື່ອຍົກລະດັບສິນຄ້າ ຫວຽດນາມ ໃນການສົ່ງເສີມການຄ້າ ລະດັບຊາດ

ພາຍຫຼັງ 5 ວັນ ການຈັດຕັ້ງງານ ລະດັບຊາດ, ງານຕະຫຼາດນັດ ລະດູບານໃໝ່ ຄັ້ງທີ 1 ປີ 2026 ບໍ່ພຽງແຕ່ບັນທຶກ ກຳລັງການຊື້ ທີ່ຟົດຟື້ນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງ ບົດບາດ ທີ່ນັບມື້ນັບ ຈະແຈ້ງ ໃນຍຸດທະສາດ ການສົ່ງເສີມການຄ້າ. ຈາກມຸມມອງ ຂອງອົງການຄຸ້ມຄອງ, ງານຕະຫຼາດນັດ ພວມຖືກ ກຳນົດ ໃຫ້ເປັນພື້ນຖານ ທີ່ຍືນຍົງ ເພື່ອແນໃສ່ຍົກສູງມາດຕະຖານ ສິນຄ້າ, ຢັ້ງຢືນຊື່ສຽງ ຂອງ ຜະລິດຕະພັນ “Made in Vietnam” ແລະ ເຜີຍແຜ່ຄຸນຄ່າ ທາງດ້ານເສດຖະກິດ - ສັງຄົມໃນໄລຍະຍາວ.
ເຂດ “ລະດູບານໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ” ໄດ້ຮັບການອອກແບບຕາມແບບສະໄໝໃໝ່, ມີຄວາມຂະຫຍັນຂັນເຄື່ອນ, ສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງແຫ່ງການປ່ຽນແປງໃໝ່, ຫົວຄິດປະດິດສ້າງ, ການເຊື່ອມໂຍງ ແລະ ການພັດທະນາຂອງວິສາຫະກິດ. ພາບ: ກົງດາດ/VNP
ຮ້ານວາງສະແດງ TH true MILK ດຶງດູດແຂກເຂົ້າມາທ່ຽວຊົມ ດ້ວຍບັນດາຜະລິດຕະພັນນົມ ແລະ ອາຫານບຳລຸງຮ່າງກາຍສຳລັບຄອບຄົວ. ພາບ: ກົງດາດ/VNP
ບັນດາຮ້ານວາງສະແດງໄດ້ຮັບການຈັດວາງຢ່າງເປັນລະບົບ, ອຳນວຍຄວາມສະດວກໃຫ້ແກ່ມວນຊົນໃນການທ່ຽວຊົມ ແລະ ເລືອກຊື້ຜະລິດຕະພັນໃນໂອກາດບຸນເຕັດ. ພາບ: ກົງດາດ/VNP

ຕີລາຄາກ່ຽວກັບໝາກຜົນ ທີ່ພົ້ນເດັ່ນ ຂອງ ງານຕະຫຼາດນັດລະດູບານ  ໃໝ່ 2026, ທ່ານ ຫວູ໊ບ໋າຝູ໋ -  ຫົວໜ້າ ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ທັດສະນະວ່າ ຈຸດທີ່ເຫັນໄດ້ແຈ້ງທີ່ສຸດແມ່ນຄຸນນະພາບ ແລະ ຄວາມອຸດົມສົມບູນ ຂອງ ສິນຄ້າ ທີ່ເຂົ້າຮ່ວມງານຕະຫຼາດນັດ. ນັບຕັ້ງແຕ່ຂັ້ນຕອນການກຳນົດເປົ້າໝາຍ, ຄະນະຊີ້ນຳ ບັນດາງານຕະຫຼາດນັດລະດັບຊາດ ໄດ້ກຳນົດວ່າ ນີ້ແມ່ນງານຕະ ຫຼາດນັດ ສິນຄ້າບໍລິໂພກ ເພື່ອຮັບໃຊ້ເທດສະການ ຊື້ເຄື່ອງ ໃນບຸນເຕັດ, ດັ່ງນັ້ນ ບັນດາ ຜະລິດຕະພັນ ທີ່ນຳມາວາງສະແດງ ສ່ວນຫຼາຍແມ່ນ ສິນຄ້າບໍລິໂພກ ທີ່ມີຄຸນນະພາບສູງ, ມີແຫຼ່ງກຳເນີດ ທີ່ຊັດເຈນ, ການຫຸ້ມຫໍ່ ແລະ ສະແຕມ, ຍີ່ຫໍ້ສິນຄ້າ ໄດ້ຮັບການລົງທຶນ ຢ່າງເປັນລະບົບ.  

ທ່ານ ຫວູ໊ບ໋າຝູ໋ ກ່າວວ່າ ການສຳຫຼວດຄວາມຄິດເຫັນ ແບບໄວ ຈາກຜູ້ບໍລິໂພກ, ນັກທ່ອງທ່ຽວ ແລະ ວິສາຫະກິດ ສະແດງ ໃຫ້ເຫັນເຖິງ ລະດັບຄວາມພຶງພໍໃຈ ທີ່ສູງ ຕໍ່ກັບຄຸນນະພາບ ຂອງ ຜະລິດຕະພັນ. ໝາກຜົນນີ້ ໄດ້ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງ ເຖິງ ເປົ້າໝາຍ ການຍົກສູງມາດຕະຖານ ສິນຄ້າ ແລະ ຢັ້ງຢືນຊື່ສຽງ ຂອງສິນຄ້າ ຫວຽດນາມ ທີ່ບັນລຸໄດ້ສັນຍານທີ່ຕັ້ງໜ້າໃນທັນທີ ໃນການຈັດຕັ້ງ ຄັ້ງທຳອິດນີ້.  

ບໍ່ພຽງແຕ່ຢຸດຢູ່ທີ່ສິນຄ້າເທົ່ານັ້ນ, ພື້ນທີ່ການຈັດຕັ້ງກໍ່ ແມ່ນປັດໄຈໜຶ່ງ ທີ່ສ້າງປະສິດທິຜົນລວມ ຂອງ ງານຕະຫຼາດນັດ. ຫົວໜ້າ ກົມສົ່ງເສີມການຄ້າ ເນັ້ນໜັກວ່າ ນີ້ແມ່ນຄັ້ງທຳອິດທີ່ ງານຕະຫຼາດນັດລະດູບານໃໝ່ ລະດັບຊາດ ຖືກຈັດຂຶ້ນໃນພື້ນທີ່ ທີ່ທັນສະໄໝ, ມີຂະໜາດໃຫຍ່, ເຊິ່ງຮຽກຮ້ອງໃຫ້ມີຄວາມສົມດຸນ ລະຫວ່າງ ຄວາມຕ້ອງການ ທາງດ້ານການຄ້າ ແລະ ການສຳຜັດຕົວຈິງ ທາງດ້ານວັດທະນະທຳ. ໃນຕົວຈິງສະແດງ ໃຫ້ເຫັນວ່າ ການວາງແຜນຜັງພື້ນທີ່ ໄດ້ຮັບປະກັນຄວາມເປັນ ວິທະຍາສາດ, ມີອາລິຍະທຳ, ເຊື່ອມໂຍງຢ່າງກົມກຽວ ລະຫວ່າງການວາງສະແດງ, ການພົວພັນແລກປ່ຽນທາງດ້ານການຄ້າ ກັບບັນດາກິດ ຈະກຳ ທາງດ້ານວັດທະນະທຳ, ອາຫານ ແລະ ການໂຄສະນາ ສີສັນເອກະລັກ ຂອງ ແຕ່ລະທ້ອງຖິ່ນ. ການປະສົມປະສານນີ້ເອງ ທີ່ໄດ້ສ້າງ ປະສິດທິຜົນແບບທະວີຄູນ, ທັງຊຸກຍູ້ການບໍລິໂພກ, ທັງເພີ່ມກຳ ການເຜີຍແຜ່ສູ່ສັງຄົມ.  

ຈາກມຸມມອງ ຂອງການກະຕຸ້ນ ຄວາມຕ້ອງການບໍລິໂພກ ແລະ ສະໜັບສະໜູນການຜະລິດ - ດໍາເນີນທຸລະກິດ, ທ່ານ ຫວູ໊ບ໋າຝູ໋ ຢັ້ງຢືນວ່າ ງານຕະຫຼາດນັດລະດັບຊາດ ແມ່ນຊ່ອງທາງ ການສົ່ງເສີມການຄ້າ ທີ່ມີປະສິດທິຜົນ, ຄຽງຄູ່ກັບບັນດາກິດຈະກຳ ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ການຄ້າຂາຍ B2B ຫຼື ການສົ່ງເສີມການຄ້າ ຢູ່ຕະ ຫຼາດຕ່າງປະເທດ. ພາຍໃນ ງານຕະຫຼາດນັດລະດູບານໃໝ່ 2026, ຜູ້ບໍລິໂພກ ສາມາດເຂົ້າເຖິງ ຜະລິດຕະພັນ ຂອງ ຜູ້ຜະລິດໂດຍກົງ, ຫຼຸດ ຜ່ອນຂັ້ນຕອນຄົນກາງ, ຈາກນັ້ນກໍ່ໄດ້ຮັບລາຄາ ທີ່ສົມເຫດສົມຜົນ ແລະ ບັນດາລາຍການ ສົ່ງເສີມການຂາຍຕ່າງໆ.  

ແຂກທ່ຽວຊົມມີຄວາມຕື່ນເຕັ້ນເຂົ້າຮ່ວມບັນດາກິດຈະກຳປະສົບການຜະລິດຕະພັນ ຢູ່ທີ່ງານຕະຫຼາດນັດລະດູບານໃໝ່. ພາບ: ກົງດາດ/VNP
ຜະລິດຕະພັນເຄື່ອງໃຊ້ໃນຄົວເຮືອນ Sunhouse ໄດ້ນຳເອົາທາງເລືອກທີ່ອຳນວຍຄວາມສະດວກ ໃຫ້ແກ່ຜູ້ບໍລິໂພກໃນປີໃໝ່. ພາບ: ກົງດາດ/VNP
ຜະລິດຕະພັນຮັງນົກຊັ້ນສູງ ຂອງຍາຈາງ, ແຂວງແຄງຮ່ວາ. ພາບ: ກົງດາດ/VNP
ຮ້ານວາງສະແດງ ຂອງ ບໍລິສັດ ຈຳກັດ ອາຫານ ແລະ ເຄື່ອງປຸງແຕ່ງ ຈີຈີ ນິງທ້ວນ (Jiji Ninh Thuan) ແນະນຳບັນດາຜະລິດຕະພັນເຄື່ອງປຸງແຕ່ງ, ອາຫານ ທີ່ຮັບໃຊ້ຄວາມຕ້ອງການບໍລິໂພກໃນວັນບຸນເຕັດ. ພາບ: ກົງດາດ/VNP
ຜະລິດຕະພັນເຄື່ອງໃຊ້ໃນຄົວເຮືອນ Sunhouse ໄດ້ຮັບການແນະນຳໃນເຂດ “ລະດູບານໃໝ່ແຫ່ງຄວາມຈະເລີນຮຸ່ງເຮືອງ”, ປະກອບສ່ວນນຳເອົາທາງເລືອກທີ່ອຳນວຍຄວາມສະດວກ ໃຫ້ແກ່ຜູ້ບໍລິໂພກໃນປີໃໝ່. ພາບ: ກົງດາດ/VNP

ເຖິງຢ່າງໃດກໍ່ຕາມ, ຕາມການໃຫ້ທັດສະນະ ຂອງ ການນຳ ກົມສົ່ງເສີມການຄ້າແລ້ວ, ຄຸນຄ່າທີ່ຍິ່ງໃຫຍ່ກວ່າ ຂອງ ງານຕະຫຼາດນັດ ແມ່ນຢູ່ໃນ ກິດຈະກຳ ການໂຄສະນາຍີ່ຫໍ້. ໂດຍຜ່ານງານຕະຫຼາດນັດ, ຫຼາຍວິສາ ຫະກິດ ແລະ ທ້ອງຖິ່ນ ໄດ້ແນະນຳຜະລິດຕະພັນ ທີ່ຕິດພັນກັບການຊັກນຳທາງພູມສາດ, ເລື່ອງລາວທາງດ້ານວັດທະນະທຳ ແລະ ສີສັນເອກະ ລັກ ຂອງແຕ່ລະ ເຂດແຄວ້ນ. ຍ້ອນແນວນັ້ນ, ຜະລິດຕະພັນ ຈຶ່ງບໍ່ ພຽງແຕ່ແມ່ນ ສິນຄ້າບໍລິໂພກເທົ່ານັ້ນ, ແຕ່ຍັງນໍາເອົາພາບພົດ ຂອງທ້ອງ ຖິ່ນ ແລະ ຄຸນຄ່າວັດທະນະທຳ ທີ່ເປັນເອກະລັກ ໄປນຳ. ນີ້ກໍ່ແມ່ນປັດໄຈສຳຄັນ ທີ່ປະກອບສ່ວນ ເຂົ້າໃນການເຊີດຊູ ຜະລິດຕະພັນ “Made in Vietnam”, ປຸກລະດົມຄວາມພາກພູມໃຈ ໃນຊາດ ແລະ ຊຸກ ຍູ້ ຈິດວິນຍານ “ຄົນຫວຽດນາມ ບຸລິມະສິດຊົມໃຊ້ ສິນຄ້າ ຫວຽດນາມ”.  

ເມື່ອວິເຄາະ ກ່ຽວກັບຈຸດໃໝ່ ຂອງ ງານຕະຫຼາດນັດໃນປີນີ້, ທ່ານ ຫວູ໊ບ໋າຝູ໋ ຖືວ່າ ການຕິດພັນ ລະຫວ່າງການສົ່ງເສີມການຄ້າ ແບບ ດັ້ງເດີມ ກັບການຄ້າ ເອເລັກໂຕຣນິກ, logistics ທີ່ທັນສະໄໝ ແລະ ການບໍລິ ໂພກສີຂຽວ ແມ່ນທ່າອ່ຽງທີ່ຂາດບໍ່ໄດ້. ໃນສະພາບການ ທີ່ຜູ້ບໍລິໂພກ ນັບມື້ນັບໃຫ້ຄວາມສົນໃຈ ຕໍ່ກັບ ຄວາມຮັບຜິດຊອບ ຕໍ່ສິ່ງແວດລ້ອມ, ມາດຕະຖານ ESG ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມຂອງວິສາຫະກິດ, ຮູບແບບ ງານຕະຫຼາດນັດ ແບບ ປະສົມປະສານນີ້ ຈະຊ່ວຍໃຫ້ ວິສາຫະກິດ ບໍ່ພຽງແຕ່ ຂາຍສິນຄ້າ ຢູ່ກັບທີ່ເທົ່ານັ້ນ, ແຕ່ຍັງຂະຫຍາຍຊ່ອງທາງ ການຈຳໜ່າຍ ແບບອອນລາຍ, ປັບປຸງ ການຂົນສົ່ງໃຫ້ດີທີ່ສຸດ ແລະ ເຂົ້າເຖິງລູກຄ້າ ໃນໄລຍະຍາວ. ນີ້ແມ່ນບາດກ້າວຫັນປ່ຽນ ຈາກ ການສົ່ງເສີມ ໃນໄລຍະສັ້ນ ໄປສູ່ການສ້າງລະບົບນິເວດການຄ້າ ທີ່ຍືນຍົງ.  

ເມື່ອໃຫ້ເຫດຜົນ ກ່ຽວກັບຜົນສຳເລັດ ທີ່ເກີນຄວາມຄາດໝາຍ ຂອງ ງານຕະຫຼາດນັດ, ຫົວໜ້າກົມສົ່ງເສີມການຄ້າ ໄດ້ເນັ້ນໜັກເຖິງ ການຊີ້ນຳ ຢ່າງເດັດຂາດຂອງ ລັດຖະບານ ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ, ການຈັດຕັ້ງທີ່ເປັນລະບົບ, ຄຸນນະພາບ ຂອງ ຜະລິດຕະພັນທີ່ວິສາຫະກິດ ຮັບປະກັນ, ໂດຍສະເພາະ ແມ່ນຍຸດທະສາດ ການສື່ສານທີ່ຄົບຊຸດ. ການທີ່ບັນດາອົງການ ສື່ມວນຊົນໄດ້ເຂົ້າຮ່ວມ ຢ່າງຕໍ່ເນື່ອງທັງກ່ອນ, ໃນໄລຍະຈັດງານ ແລະ ພາຍຫຼັງເຫດການ ໄດ້ປະກອບສ່ວນເຂົ້າໃນການເຜີຍແຜ່ ຂໍ້ມູນຂ່າວສານຢ່າງວ່ອງໄວ, ຊັດເຈນ, ສ້າງຜົນກະທົບ ທີ່ຕັ້ງໜ້າ ໃຫ້ແກ່ງານຕະຫຼາດນັດ.  

ບັນດາຜະລິດຕະພັນ Boganic ໄດ້ຮັບການວາງສະແດງຢ່າງພົ້ນເດັ່ນ ຢູ່ທີ່ຮ້ານວາງສະແດງ Traphaco, ຮັບໃຊ້ຄວາມຕ້ອງການໃນການເບິ່ງແຍງສຸຂະພາບ ໃນໂອກາດຕົ້ນປີໃໝ່. ພາບ: ກົງດາດ/VNP
ບັນດາສາຍລົດໄຟຟ້າ ທີ່ວາງສະແດງຢູ່ໃນງານຕະຫຼາດນັດ ໄດ້ປະກອບສ່ວນໂຄສະນາທ່າອ່ຽງການບໍລິໂພກທີ່ສະຫຼາດ ແລະ ປະຢັດພະລັງງານ. ພາບ: ກົງດາດ/VNP
ຮ້ານວາງສະແດງທໍ່ຢາງມາດຕະຖານສາກົນ Dekko ແນະນຳບັນດາສາຍຜະລິດຕະພັນ ທີ່ຮັບໃຊ້ຂະແໜງການກໍ່ສ້າງ ແລະ ເຄື່ອງໃຊ້ພົນລະເຮືອນ. ພາບ: ກົງດາດ/VNP
ຮ້ານວາງສະແດງແນະນຳຜະລິດຕະພັນຊາ ໄດ້ນຳເອົາບັນຍາກາດແຫ່ງການຊິມຊາ ແລະ ຂອງຂວັນບຸນເຕັດ. ພາບ: ກົງດາດ/VNP

ຈາກຜົນທີ່ບັນລຸໄດ້ນັ້ນ, ທ່ານ ຫວູ໊ບ໋າຝູ໋ ໃຫ້ຮູ້ວ່າ ກະຊວງ ອຸດສາຫະກຳ ແລະ ການຄ້າ ພວມຄົ້ນຄວ້າ ສ້າງຮູບແບບ ງານຕະຫຼາດນັດ ລະດັບຊາດ ແບບປະຈຳງວດ ດ້ວຍການກຳນົດ ເປົ້າໝາຍທີ່ຊັດເຈນ. ໃນນັ້ນ, ງານຕະຫຼາດນັດ ລະດູບານໃໝ່ ແມ່ນສຸມໃສ່ ເທດສະການບໍລິ ໂພກ ແລະ ການຊື້ເຄື່ອງໃນບຸນເຕັດ, ສ່ວນງານຕະຫຼາດນັດລະດູໃບໄມ້ຫຼົ່ນ ແມ່ນມຸ່ງໄປເຖິງ ການເຊື່ອມຕໍ່ ວິສາຫະກິດ ທັງພາຍໃນ ແລະ ຕ່າງປະ ເທດ, ດຶງດູດເຕັກໂນໂລຊີ, ການລົງທຶນ ແລະ ໂຄສະນາຜະລິດຕະພັນ ຫວຽດນາມ ອອກສູ່ ຕະຫຼາດສາກົນ. ເມື່ອໄດ້ຮັບການ ຈັດຕັ້ງຢ່າງເປັນແບບແຜນ ແລະ ບັນລຸມາດຕະຖານທີ່ຊັດເຈນ, ບັນດາງານຕະຫຼາດ ນັດ ລະດັບຊາດ ຈະກາຍເປັນພື້ນຖານທີ່ຍືນຍົງ ໃຫ້ແກ່ ການສົ່ງເສີມການຄ້າ, ການລົງທຶນ ແລະ ການໂຄສະນາພາບພົດ ຂອງປະເທດຊາດ, ໂດຍຜ່ານນັ້ນ ກໍ່ປະກອບສ່ວນ ຍົກສູງບົດບາດ ຂອງ ສິນຄ້າ ຫວຽດນາມ ໃນຕະຫຼາດພາຍໃນ ແລະ ສາກົນ.


top