ຂ່າວສານ

ງານຕະຫຼາດນັດການຄ້າ ຫວຽດນາມ - ລາວ 2026 ຈະຈັດຂຶ້ນໃນເດືອນ ກໍລະກົດ

ແຕ່ວັນທີ 16 – 20 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ລາວ ຈະຈັດງານຕະຫຼາດນັດ ຫວຽດນາມ - ລາວ 2026 (VIETLAO EXPO 2026).
(VIETLAO EXPO 2026 ມີຂອບຂະໜາດຮ້ານວາງສະແດງ 250 ຮ້ານ ຂອງວິສາຫະກິດເກືອບ 80 ແຫ່ງ)

ແຕ່​ວັນ​ທີ 16 – 20 ກໍ​ລະ​ກົດ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ລາວ ຈະ​ຈັດ​ງານ​ຕະ​ຫຼາດ​ນັດ ຫວຽດ​ນາມ - ລາວ 2026 (VIETLAO EXPO 2026). ນີ້​ແມ່ນ​ເຫດ​ການ​ສົ່​ງ​ເສີ​ມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ລາວ ເປັນ​ປະ​ທານຮ່ວມ​, ມອບ​ໃຫ້​ກົມ​ສົ່ງ​ເສີມ​ການ​ຄ້າ 2 ປະ​ເທດ​ສົ​ມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຈັດ​ຂຶ້ນ​ນັບ​ແຕ່​ປີ 2007.

ໂດຍ​ສືບ​ຕໍ່​ຜົນ​ສຳ​ເລັດ​ຂອງ​ບັນ​ດາ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ກ່ອນ, VIETLAO EXPO 2026 ມີ​ຂອບ​ຂະ​ໜາດຮ້ານ​ວາງ​ສະ​ແດງ 250 ຮ້ານ ຂອງວິ​ສາ​ຫະ​ກິດ​ເກືອບ 80 ແຫ່ງ ທີ່​ມີ​ຄຸນ​ນະ​ພາບ, ມີ​ເຄື່ອງ​ໝາຍ​ການ​ຄ້າ ແລະ ມີ​​ຊື່​ສຽງຄວາມ​ເຊື່ອ​ໝັ້ນ​ຂອງ ຫວຽດ​ນາມ, ຂຶ້​ນ​ກັບ​ບັນ​ດາ​ຂະ​ແໜງ​ສິນ​ຄ້າ, ຄື: ການ​ຢາ ແລະ ເຄື່ອງ​ອຸ​ປະ​ກອນ​ການ​ແພດ, ກະ​ສິ​ກຳ - ປ່າ​ໄມ້ - ສິນ​ໃນ​ນ້ຳ ແລະ ທັນ​ຍາ​ຫານ​ປຸງ​ແຕ່ງ, ເຄື່ອງ​ນຸ່ງ - ແຟ​ັ​ຊັ່ນ… ຄະ​ນະ​ວິ​ສາ​ຫ​ະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ເພື່ອ​ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ; ຊຸກ​ຍູ້​ການ​ສົ່ງ​ອອກ, ເປີດກວ້າງ​ເຄືອ​ຂ່າຍ​ຈຳ​ໜ່າຍ​ສິນ​ຄ້າ​ຂອງ ຫວຽດ​ນາມ ເຂົ້າ​ຕະ​ຫຼາດ ລາວ ແລະ ​ທາງ​ທິດຕາ​ເວັນ​ອອກ​ສ່​ຽງ​ເໜືອ​ຂ​ອງ ໄທ.

ໃນ​ຂອ​ບ​ເຂດ​ງານ​ຕະ​ຫຼາດ​ນັດ​ຄັ້ງ​ນີ້​ຍັງ​ຈັດ​ບັນ​ດາ​ກອງ​ປະ​ຊຸມ​ແລກ​ປ່ຽນ​ການ​ຄ້າ​ແບບ​ເຊິ່ງ​ໜ້າ, ສົມ​ທົບ​ກັບ​ທາງ​ໄກ​ລະ​ຫວ່າງ​​ຜູ້​ຜະ​ລິດ ຫວຽດ​ນາມ ກັບ​ນັກ​ຈຳ​ໜ່າຍ ແລະ ຄູ່​ຮ່ວມ​ມື​ຢູ່ ລາວ.

ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ປີ 2025 ບັນ​ລຸ 2,98 ຕື້ USD, ເພີ່ມ​ຂຶ້​ນ​ເກືອບ 33% ເມື່ອ​ທຽບ​ໃສ່​ປີ 2024. ນີ້​ແມ່ນ​ຕົວ​ເລກ​ສູງ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ.


top